ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສຶກສາຄວາມເປັນໄປໄດ້ ໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ​ ຢູ່ເມືອງປາກຊ່ອງ

ໂດຍ Pele
· 12 ເດືອນ ກ່ອນອ່ານ 1 ນາທີ57 ຄັ້ງ
ສຶກສາຄວາມເປັນໄປໄດ້ ໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ​ ຢູ່ເມືອງປາກຊ່ອງ
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫລວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານພະຫວນດົງ ເມືອງປາກຊ່ອງ ແຂວງຈຳປາສັກ​ ລະຫວ່າງ​ ອົງການ​ປົກຄອງແຂວງ ກັບ ບໍລິສັດ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລະເວນປາກຊ່ອງ ຈຳກັດ ຈັດຂຶ້ນໃນວັນທີ​ 5 ທັນວາ​ 2025 ທີ່ແຂວງຈຳປາສັກ. ຕາງໜ້າລົງນາມໂດຍ ທ່ານ ບຸນມີ ຄຳພິທູນ ຄະນະຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປາສັກ ແລະ ທ່ານ ຫງຽນ ວັນ ຮຸ່ງ ອໍານວຍ​ການບໍລິສັດ​ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລະເວນ ປາກຊ່ອງ ຈຳກັດ, ມີທ່ານ​ ສົມບູນ​ ເຮືອງວົງສາ​ ຄະນະປະຈໍາ​ພັກແຂວງ​ ຮອງປະທານ​ຄະນະກໍາມະການປົກຄອງແຂວງຈຳປາສັກ, ທ່ານ ຄໍາ ນີລາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄໍາຂອດ ໝື່ນຫລວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ ພ້ອມດ້ວຍພະແນກການ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍ​ເຂົ້າຮ່ວມ.

ສຶກສາຄວາມເປັນໄປໄດ້ ໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ​ ຢູ່ເມືອງປາກຊ່ອງ

ຈຸດປະສົງການເຊັນບົດບັນທຶກຄັ້ງນີ້ ກໍເພື່ອສຶກສາສຳຫລວດຄວາມເປັນໄປໄດ້ໃນການລົງທຶນປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ໝາກຖົ່ວລຽນ. ໂຄງການດັ່ງກ່າວ ມີໄລຍະເວລາໃນການສຶກສາສໍາຫລວດ 12 ເດືອນ ໃນເນື້ອທີ່ 150 ເຮັກຕາ,​ ຮູບແບບການລົງທຶນຕ່າງປະເທດ (ສສ ຫວຽດ ນາມ), ຊຶ່ງກິດຈະການຂອງໂຄງການມີ: ການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ໝາກຖົ່ວລຽນ.​ ການສຶກສາສໍາຫລວດ ຕ້ອງໄດ້ມີການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ​-ເຕັກນິກ​ ແລະ​ ຕ້ອງໄດ້ສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ​-ສັງຄົມ ແລະ ທຳມະຊາດ.

ສຶກສາຄວາມເປັນໄປໄດ້ ໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ​ ຢູ່ເມືອງປາກຊ່ອງ · ຮູບທີ 2

ຂ່າວ​: ທູນທອງໃຈ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 57 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່