ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຫລຸບວຽກງານ ຂະແໜງການແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2025

ໂດຍ Jenjila
· 11 ເດືອນ ກ່ອນອ່ານ 1 ນາທີ53 ຄັ້ງ
ສະຫລຸບວຽກງານ ຂະແໜງການແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2025
ADadvertisement
ADadvertisement
ADadvertisement
ສະຫລຸບວຽກງານ ຂະແໜງການແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2025

ກອງປະຊຸມຂະແໜງການ ລບຕ ປະຈຳປີ 2025

ກະຊວງການຕ່າງປະເທດ ໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ແລະ ປະທານຄະນະກໍາມະການແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ໄດ້ຈັດກອງປະຊຸມປະຈຳປີວັນທີ 5 ທັນວາ 2025 ທີ່ນະຄອນຫລວງວຽງຈັນ ຮ່ວມກັບເອກອັກຄະລັດຖະທູດສະຫະລັດ, ຜູ້ຕາງໜ້າອົງການສປຊ ແລະ ຄູ່ຮ່ວມພັດທະນາຕ່າງໆ.

ຜົນງານ 11 ເດືອນປີ 2025

  • ກວດກູ້ໄດ້ 5,268 ເຮັກຕາ (70% ຂອງເປົ້າໝາ
  • ໂຄສະນາຄວາມສ່ຽງໄພໄດ້ 683 ບ້ານ (113% ຂອງເປົ້າໝາຍ)
  • ທຳລາຍລະເບີດບໍ່ທັນແຕກໄດ້ 59,039 ໜ່ວຍ

ສິ່ງທ້າທາຍ

ພາຍໃນ: ການປະສານງານລະຫວ່າງແຂວງກັບອົງການປະຕິບັດງານຍັງສັບສົນ, ການລາຍງານລ່າຊ້າ, ງົບປະມານບໍ່ພຽງພໍຕາມຄວາມຕ້ອງການ

ພາຍນອກ: ການສະໜອງທຶນມະນຸດສະທໍາຢຸດຕິ, ທຶນມີທ່າອ່ຽງຫລຸດລົງ, ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ

ອຸບັດເຫດ: ເກີດອຸບັດເຫດ 11 ຄັ້ງ ມີຜູ້ເຄາະຮ້າຍ 21 ຄົນ (ບາດເຈັບ 16 ຄົນ, ເສຍຊີວິດ 5 ຄົນ) ກຸ່ມສ່ຽງສູງແມ່ນເດັກນ້ອຍ

ຜົນສຳເລັດສຳຄັນ

  • ຮັບຮອງມາດຕະຖານແຫ່ງຊາດສຳລັບການແກ້ໄຂບັນຫາ ລບຕ ສະບັບປັບປຸງ 2025
  • ປະເມີນກາງສະໄໝຍຸດທະສາດ “ເສັ້ນທາງສູ່ຄວາມປອດໄພ III 2021-2030”
  • ສະເໜີນຳໃຊ້ວິທີການປ່ອຍທີ່ດິນແບບໃໝ່ທີ່ກະທັດຮັດຫລາຍຂຶ້ນ

ລັດຖະມົນຕີເນັ້ນໜັກວ່າ ວຽກງານ ລບຕ ຍັງເປັນບຸລິມະສິດແຫ່ງຊາດ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີຄວາມໂປ່ງໃສ, ການເປັນເຈົ້າການ ແລະ ປະສານງານຢ່າງມີປະສິດທິພາບ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຕໍ່ໄປ.

ສະຫລຸບວຽກງານ ຂະແໜງການແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2025 · ຮູບທີ 2

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່