ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສພຂ ສະຫວັນນະເຂດ ລົງສຳຫລວດເສັ້ນທາງເລກ 10 ເພື່ອວາງແຜນສ້ອມແປງຄືນໃໝ່

ໂດຍ Jenjila
· 11 ເດືອນ ກ່ອນອ່ານ 1 ນາທີ69 ຄັ້ງ
ສພຂ ສະຫວັນນະເຂດ ລົງສຳຫລວດເສັ້ນທາງເລກ 10 ເພື່ອວາງແຜນສ້ອມແປງຄືນໃໝ່
ADadvertisement
ADadvertisement
ADadvertisement
ສພຂ ສະຫວັນນະເຂດ ລົງສຳຫລວດເສັ້ນທາງເລກ 10 ເພື່ອວາງແຜນສ້ອມແປງຄືນໃໝ່

ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ (ສພຂ) ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ລົງສຳຫລວດແລວທາງເລກທີ RR 6390 ແຕ່ບ້ານສອງຫ້ອງ-ຈອມພູຊ້າງແຫ່ -ບ້ານແກ້ງຍາວ ແລະ ແຕ່ບ້ານແກ້ງຍາວ-ທາງເລກທີ PR 6304 (ທາງເລກ 10) ເຂດບ້ານດົງຄຳກວານ ເພື່ອວາງແຜນສ້ອມແປງປັບປຸງຄືນໃໝ່ ໃນວັນທີ 8 ທັນວາ 2025 ທັງນີ້ກໍເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວ ສາມາດສັນຈອນໄປ-ມາສະດວກຂຶ້ນກວ່າເກົ່າໃນຕໍ່ໜ້າ.

ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 15 ກິໂລແມັດ, ກວ້າງ 6 ແມັດ. ສໍາລັບແຜນໃນການສ້ອມແປງທາງ ແມ່ນຈະໄດ້ບຸກເບີກໜ້າດິນຕາມສອງຂ້າງທາງ ເບື້ອງລະ 5 ແມັດ ແລະ ສ້າງຂົວຈໍານວນ 2 ແຫ່ງ, ໃສ່ທໍ່ລອດທາງຂະໜາດ 150 ຊັງຕີແມັດ 4 ແຫ່ງ, ໃສ່ທໍ່ລອດທາງຂະໜາດ 100 ຊັງຕີແມັດ 3 ແຫ່ງ, ໃສ່ທໍ່ຂະໜາດ 80 ຊັງຕີແມັດ 2 ແຫ່ງ ແລະ ໃສ່ທໍ່ລອດທາງ 30 ຊັງຕີແມັດ ຈໍານວນ 3 ແຫ່ງ.

ສພຂ ສະຫວັນນະເຂດ ລົງສຳຫລວດເສັ້ນທາງເລກ 10 ເພື່ອວາງແຜນສ້ອມແປງຄືນໃໝ່ · ຮູບທີ 2
ສພຂ ສະຫວັນນະເຂດ ລົງສຳຫລວດເສັ້ນທາງເລກ 10 ເພື່ອວາງແຜນສ້ອມແປງຄືນໃໝ່ · ຮູບທີ 3
ສພຂ ສະຫວັນນະເຂດ ລົງສຳຫລວດເສັ້ນທາງເລກ 10 ເພື່ອວາງແຜນສ້ອມແປງຄືນໃໝ່ · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 69 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່