ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາຍງານສະພາບອາກາດປະຈໍາວັນທີ 12 ທັນວາ 2025

ໂດຍ Jenjila
· 11 ເດືອນ ກ່ອນອ່ານ 2 ນາທີ2,099 ຄັ້ງ
ລາຍງານສະພາບອາກາດປະຈໍາວັນທີ 12 ທັນວາ 2025
ADadvertisement
ADadvertisement
ADadvertisement
ລາຍງານສະພາບອາກາດປະຈໍາວັນທີ 12 ທັນວາ 2025

ຄວາມກົດດັນສູງຂອງອາກາດໜາວເຢັນ ຍັງສືບຕໍ່ປົກຄຸມຢູູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນຫລາຍ, ເຊິ່ງຍັງຈະເຮັດໃຫ້ມີອາກາດເຢັນ ຫາ ໜາວເຢັນ ແລະ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົ່ວໄປ ຢູູ່ແຂວງພາກເໜືອ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີລົມພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນອອກ (ຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່

ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ ເນືື້ອທີ່ການປົກຫຸ້ມຂອງຝົນ 25% ອຸນຫະພູມໃນລະຫວ່າງ 06–25 ອົງສາ.

ພາກເໜືອດ້ານຕາເວັນຕົກ (ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວ

ເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ ເນືື້ອທີ່ການປົກຫຸ້ມຂອງຝົນ 20% ອຸນຫະພູມໃນລະຫວ່າງ 15–29 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງບໍລິເວນ ເນືື້ອທີ່ການປົກຫຸ້ມຂອງຝົນ 10% ອຸນຫະພູມໃນລະຫວ່າງ 22–30 ອົງສາ.

ພາກກາງ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ ເນືື້ອທີ່ການປົກຫຸ້ມຂອງຝົນ 10% ອຸນຫະພູມໃນລະຫວ່າງ 19–33 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 09–28 ອົງສາ.

ພາກໃຕ້: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ ເນືື້ອທີ່ການປົກຫຸ້ມຂອງຝົນ 10% ອຸນຫະພູມໃນລະຫວ່າງ 20–32 ອົງສາ.

ສຳລັບເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົ່ວໄປ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 13–26 ອົງສາ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 2,099 ຄັ້ງ
‹ ກັບໄປໝວດພະຍາກອນອາກາດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່