ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ວາງພວງມາລາທີ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ

ໂດຍ Jenjila
· 11 ເດືອນ ກ່ອນອ່ານ 1 ນາທີ62 ຄັ້ງ
ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ວາງພວງມາລາທີ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ
ADadvertisement
ADadvertisement
ADadvertisement
ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ວາງພວງມາລາທີ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ

ວັນທີ 11 ພະຈິກ 2025 ທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດຢູ່ ສປປ ລາວ ປີ 1960 ຮອດປີ 1973 ໃນເວລາປະຕິບັດໜ້າທີ່ບິນຂົນສົ່ງໃຫ້ການຊ່ວຍເຫຼືອແກ່ພີ່ນ້ອງປະຊາຊົນລາວ. ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວາ 2025.

ທັງນີ້, ກໍເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ລໍ້າລຶກເຖິງບັນດານັກບິນທີ່ເສຍຊິວິດໃນປະເທດລາວ, ສະແດງໃຫ້ເຫັນເຖິງສັນຍາລັກແຫ່ງຄວາມສາມັກຄີ, ໄມຕີຈິດມິດຕະພາບຮ່ວມສໍາພັນ ລະຫວ່າງ ປະຊາຊົນສອງຊາດ ລາວ-ຣັດເຊຍ ອັນເປັນມູນເຊື້ອລະຫວ່າງສອງປະເທດ, ເປັນຫຼັກໝັ້ນເຊິ່ງກັນແລະກັນ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄວາມປາດຖະໜາຂອງປະຊາຊົນລາວ ແລະ ຣັດເຊຍ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ຜົນງານຂອງວິລະຊົນທີ່ເສຍສະລະຊີວິດໃນປະເທດລາວ ເປັນຕົວຢ່າງແຫ່ງຄວາມກ້າຫານ ແລະ ເຊື່ອໝັ້ນວ່າ ຈະຄົງຢູ່ໃນຄວາມຊົງຈຳຂອງປະຊາຊົນທັງສອງປະເທດ ແລະ ຈະປະກອບສ່ວນເຂົ້າໃນການ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ ແລະ ຣັດເຊຍ ໃຫ້ໄດ້ຮັບການພັດທະນາໃນທຸກຂົງເຂດວຽກງານ.

ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ວາງພວງມາລາທີ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ · ຮູບທີ 2
ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ວາງພວງມາລາທີ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ · ຮູບທີ 3
ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ວາງພວງມາລາທີ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ · ຮູບທີ 4
ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ວາງພວງມາລາທີ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ · ຮູບທີ 5

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 62 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່