MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບຜູ້ຖືກຫາກໍ່ອາຊະຍາກຳທາງດ້ານອິນເຕີເນັດ-ການພະນັນອອນລາຍ ຢູ່ ສປປ ລາວ ໃຫ້ທາງການໄທ

ມອບຜູ້ຖືກຫາກໍ່ອາຊະຍາກຳທາງດ້ານອິນເຕີເນັດ-ການພະນັນອອນລາຍ ຢູ່ ສປປ ລາວ ໃຫ້ທາງການໄທ

Jenjila
ເຜີຍແຜ່: 20 October 2026, 09:21
ປັບປຸງຫຼ້າສຸດ: 20 October 2026, 09:22
ອ່ານ 4 ຄັ້ງ
ມອບຜູ້ຖືກຫາກໍ່ອາຊະຍາກຳທາງດ້ານອິນເຕີເນັດ-ການພະນັນອອນລາຍ ຢູ່ ສປປ ລາວ ໃຫ້ທາງການໄທ

ວັນທີ 19 ຕຸລາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ, ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ມອບຜູ້ຖືກຫາຄົນສັນຊາດໄທ ຈໍານວນ 33 ຄົນ ຍິງ 13 ຄົນ ທີ່ກໍ່ອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ໃຫ້ເຈົ້າໜ້າທີ່ທາງການໄທ ນຳຕົວໄປດໍາເນີນຄະດີ.

ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນບົດບັນທຶກມອບໂດຍ ພັທ ແກ່ນຄຳ ແກ່ນທະວົງ ຫົວໜ້າຕຳຫຼວດກວດຄົນເຂົ້າ- ອອກເມືອງ ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ຝ່າຍເຈົ້າໜ້າທີ່ໄທ ເຊັນຮັບໂດຍ ພັທ ທິຍາຊະພັດ ຣັງສິພຣາມະນາກຸນ ຮອງຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ແຂວງໜອງຄາຍ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າ ຮ່ວມ.

ຜູ້ຖືກຫາ ທີ່ນໍາມາມອບ-ຮັບ ໃນຄັ້ງນີ້, ແມ່ນຖືກເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ກັກຕົວໄດ້ໃນລະຫວ່າງການເຂົ້າກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ໂຮງແຮມໂປລີ ຢູ່ເຂດເສດຖະກິດພິເສດບຶງທາດ ຈໍານວນ 27 ຄົນ ໃນວັນທີ 8 ສິງຫາ 2026 ແລະ ຢູ່ເຮືອນໃຫ້ເຊົ່າຢູ່ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈໍານວນ 6 ຄົນ ທີ່ກັກຕົວໄດ້ໃນວັນທີ 25 ກັນຍາ 2026.

ການມອບຜູ້ຕົວຖືກຫາຄັ້ງນີ້ ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກເມືອງ ແລະ ການຄຸ້ມຄອງຄົນຕ່າງປະເທດ ແຫ່ງ ສປປ ລາວ, ອີງຕາມ ການເຫັນດີຂອງທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ອີງຕາມ ການຕົກລົງເຫັນດີ ຂອງທາງການ ສປປ ລາວ ແລະ ທາງການ ຣາຊະອານາຈັກໄທ.

ພາບ-ຂ່າວ: ລັດດາວັນ

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 20 ຕຸລາ 2026 · ຂຶ້ນ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ