MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

kaling
ເຜີຍແຜ່: 20 October 2026, 09:43
ປັບປຸງຫຼ້າສຸດ: 20 October 2026, 09:43
ອ່ານ 1 ຄັ້ງ
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.

ທ່ານ ນາງ ສຸກກະເສີມ ສິດທິເດດ ສສຊ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ. ໂດຍທ່ານໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີຕໍ່ທະນາຄານແຫ່ງ ສປປ ລາວ ທີ່ໄດ້ເປັນເຈົ້າການ ໃນການຄົ້ນ ຄວ້າ ແລະ ຮຽບຮຽງຮ່າງກົດໝາຍສະບັບນີ້ຂຶ້ນມາ, ອີງໃສ່ຄໍາຖາມເຈາະຈິ້ມສະເໜີໃຫ້ມີການປັບປຸງບາງຈຸດ ບາງມາດຕາ ເພື່ອໃຫ້ມີຄວາມຈະແຈ້ງ, ສອດຄ່ອງກັບມາດຕະຖານສາກົນ ແລະ ເຂົ້າກັບສະພາບຕົວຈິງ. ຊຶ່ງໃນມາດຕາ 11 ການກຳນົດດອກເບ້ຍປະກັນເງິນຝາກ: ສູງສຸດບໍ່ເກີນ 1% ຂອງຍອດເງິນຝາກທີ່ໄດ້ຮັບການປົກປ້ອງ. ເຖິງຢ່າງໃດກໍດີ, ເຫັນດີໃຫ້ກໍານົດເປັນເພດານສູງສຸດ ແຕ່ສະເໜີໃຫ້ຫຼຸດເປີເຊັນລົງຕາມຄວາມເໝາະສົມກັບສະພາບຕົວຈິງ ແລະ ໃຫ້ທະນາຄານແຫ່ງ ສປປ ລາວ (ທຫລ) ອອກລະບຽບຈັດສັນຄວາມສ່ຽງຢ່າງລະອຽດຕື່ມໃນແຕ່ລະກໍລະນີ; ມາດຕາ 13 ວົງເງິນປົກປ້ອງ: ເຫັນດີກັບການກຳນົດວົງເງິນປົກປ້ອງບໍ່ຫຼຸດ 3 ເທົ່າຂອງ GDP ສະເລ່ຍຕໍ່ຫົວຄົນ, ເນື່ອງຈາກສອດຄ່ອງກັບມາດຕະຖານສາກົນ ແລະ ເຮັດໃຫ້ວົງເງິນປົກປ້ອງ ສາມາດປັບປ່ຽນຕາມສະພາບເສດຖະກິດ ແລະ ອັດຕາເງິນເຟີ້ໄດ້ຢ່າງອັດໂຕໂນມັດ ໂດຍບໍ່ຈຳເປັນຕ້ອງແກ້ໄຂກົດໝາຍຫຼາຍເທື່ອ; ມາດຕາ 15 ຂັ້ນຕອນການຈ່າຍເງິນປົກປ້ອງ: ສະເໜີໃຫ້ຫຼຸດໄລຍະເວລາການຮ້ອງຂໍຮັບເງິນປົກປ້ອງທີ່ກຳນົດໄວ້ 10 ປີລົງມາ ເຫຼືອພຽງ 3 ຫາ 5 ປີ. ເນື່ອງຈາກໄລຍະເວລາ 10 ປີ ແມ່ນດົນເກີນໄປ ແລະ ເຮັດໃຫ້ຕົ້ນທຶນໃນການບໍລິຫານຈັດການກອງທຶນເພີ່ມຂຶ້ນ, ໃນຂະນະທີ່ລະບົບຂໍ້ມູນຂ່າວສານໃນປັດຈຸບັນມີຄວາມທັນສະໄໝ ແລະ ວ່ອງໄວແລ້ວ; ມາດຕາ 18 ສິດ ແລະ ໜ້າທີ່ຂອງສະ ມາຊິກ: ສະເໜີເພີ່ມຄໍາວ່າ ຕ້ອງເພີ່ມໜ້າທີ່ໃນການເຜີຍແຜ່ຂໍ້ມູນ ແລະ ແຈ້ງສິດໃຫ້ລູກຄ້າໃຫ້ລະອຽດຈະແຈ້ງຕື່ມ ໃນເວລາມາເປີດບັນຊີເງິນຝາກນັ້ນວ່າ ບັນຊີເງິນຝາກປະເພດໃດທີ່ໄດ້ຮັບການປົກປ້ອງ ແລະ ເງິນຝາກປະເພດໃດທີ່ບໍ່ໄດ້ຮັບການປົກປ້ອງ ເພື່ອຄວາມໂປ່ງໃສ ແລະບໍ່ໃຫ້ເກີດຄວາມເຂົ້າໃຈຜິດຕາມພາຍຫຼັງ; ມາດຕາ 22 ສິດ ແລະ ໜ້າທີ່ຂອງສຳນັກງານປົກປ້ອງເງິນຝາກ ສະເໜີໃຫ້ເພີ່ມສິດໃນການເຂົ້າເຖິງຂໍ້ມູນຄວາມສ່ຽງຂອງທະນາຄານສະມາຊິກໃນແບບກະທັນຫັນ, ເພື່ອໃຫ້ສຳນັກງານສາມາດປະເມີນສະຖານະການ ແລະ ກະກຽມຄວາມພ້ອມດ້ານສະພາບຄ່ອງໄດ້ທັນກ່ອນທີ່ທະນາຄານຈະເກີດບັນຫາ ແລະ ມາດຕາ 26 ມາດຕະ ຖານ ແລະ ເງື່ອນໄຂຂອງສະມາຊິກສະພາບໍລິຫານ: ໃນຂໍ້ 3 ຂຽນວ່າມີຜົວ ຫຼືເມຍ ພໍ່ແມ່ລູກ ທີ່ບໍ່ແມ່ນຜູ້ຖືຮຸ້ນລາຍໃຫຍ່ ແລະ ຜູ້ມີສິດຜົນປະໂຫຍດ ໃນສະມາຊິກນີ້ ສະເໜີໃຫ້ເອົາຄໍາວ່າ: ບໍ່ ມາໄວ້ທາງໜ້າ ຊຶ່ງຈະເຮັດໃຫ້ເວລາອ່ານຈະເຂົ້າໃຈເນື້ອໃນຄວາມໝາຍງ່າຍກວ່າ. ຂ່າວ-ພາບ: ຍຸພິນທອງ-ຄໍາໄຕ

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 20 ຕຸລາ 2026 · ຂຶ້ນ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ