ກວດພົບຢາປອມລັກລອບນໍາເຂົ້າໂດຍບໍ່ໄດ້ຮັບອານຸຍາດວາງຂາຍຢູ່ຕະຫລາດ ແລະ ສື່ສັງຄົມອອນລາຍ

ວັນທີ 16 ຕຸລາ 2026 ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ອອກແຈ້ງການຈໍລະຈອນຈໍາໜ່າຍຜະລິດຕະພັນ “ ຢາ ” ທີ່ນໍາເຂົ້າບໍ່ຖືກຕ້ອງ. ກົມອາຫານ ແລະ ຢາ ແຈ້ງໃຫ້ຜູ້ປະກອບການ ແລະ ຜູ້ຊົມໃຊ້ຊາບວ່າ: ປັດຈຸບັນພົບວ່າມີ ການຈໍາໜ່າຍ ຜະລິດຕະພັນ “ ຢາ ” ທີ່ນໍາເຂົ້າບໍ່ຖືກຕ້ອງ ຕາມທ້ອງຕະຫລາດ ແລະ ສື່ສັງຄົມອອນລາຍ ເຊິ່ງຜະລິດຕະພັນ ມີການຫຸ້ມຫໍ່ຕິດສະຫລາກ, ສີສັນຄ້າຍຄື ຜະລິດຕະພັນທີ່ໄດ້ຮັບການຂື້ນທະບຽນ ຫລື ຈົດແຈ້ງ. ຈາກການກວດກາ ພົບວ່າ ຜະລິດຕະພັນ ດັ່ງ ກ່າວ ບໍ່ໄດ້ຂຶ້ນທະບຽນ ຫລື ຈົດແຈ້ງ ຈາກກົມອາຫານ ແລະ ຢາ ແລະ ມີການລັກລອບນໍາເຂົ້າໂດຍບໍ່ໄດ້ຮັບອະນຸຍາດ, ຈຶ່ງບໍ່ສາມາດຮັບປະກັນໄດ້ເຖິງແຫລ່ງທີ່ມາ, ຄຸນນະພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນ. ຈຶ່ງໃຫ້ປະຕິບັດດັ່ງນີ້:
1. ຫ້າມຜູ້ປະກອບການນໍາເຂົ້າ, ຈໍາໜ່າຍ, ໂຄສະນາ ຫລື ກະຈາຍຜະລິດຕະພັນດັ່ງກ່າວ;
2. ຜູ້ຊົມໃຊ້ຄວນສັງເກດກ່ອນຊື້ ແລະ ກ່ອນນໍາໃຊ້ທຸກຄັ້ງ, ເລືອກຊື້ຈາກແຫລ່ງຈໍາໜ່າຍທີ່ໜ້າເຊື່ອຖື, ມີຂໍ້ມູນຜູ້ນໍາເຂົ້າ ແລະ ມີເລກທີຂຶ້ນທະບຽນ ຫລື ຈົດແຈ້ງ ຕາມລະບຽບການ.
3. ໃຫ້ມີສະຕິໃນການຊື້ ແລະ ນໍາໃຊ້. ຖ້າພົບເຫັນການຈໍາໜ່າຍ ຫຼື ໂຄສະນາ ໃຫ້ແຈ້ງຕໍ່ກົມອາຫານ ແລະ ຢາ ຫຼື ພະແນກ ສາທາລະນະສຸກ, ຂະແໜງອາຫານ ແລະ ຢາ ແຂວງ/ນະຄອນຫລວງ ເພື່ອກວດກາ ແລະ ດໍາເນີນການຕາມລະບຽບການ.
ສະນັ້ນ, ຈຶ່ງແຈ້ງມາຍັງຜູ້ປະກອບການ ແລະ ຜູ້ຊົມໃຊ້ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມື ປະຕິບັດຢ່າງເຂັ້ມງວດ ເພື່ອຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ປົກປ້ອງສຸຂະພາບຂອງຜູ້ຊົມໃຊ້.

ໜັງສືແຈ້ງການ: ການລົງຕິດຕາມກວດກາຜະລິດຕະພັນເສີມສຸຂະພາບ ຊື່ການຄ້າ BERROCA PERFORMANCE ORANGE FLAVOR ທີ່ນໍາຂົ້າຈາກຕ່າງປະເທດແບບບໍ່ຖືກຕ້ອງ ທີ່ພົບເຫັນໃນນະຄອນຫຼວງວຽງຈັນ






ທີ່ມາ: ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ


