ສສຊ ເຂດ 1 ນະຄອນຫລວງວຽງຈັນ ສະເໜີ ບາງບັນຫາ ຕໍ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ

ໃນວາລະດໍເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ລັດຖະບານ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ໃນວັນທີ 19 ຕຸລາ 2026, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດຄໍາເຫັນຮ່າງກົດໝາຍສະບັບດັ່ງກ່າວ. ໃນນັ້ນ, ທ່ານ ນະຄະເສນ ສີຫາລາດ ສະມາ ຊິກ ສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ກໍໄດ້ປະກອບຄໍາຄິດຄໍາເຫັນ ແລະ ສະເໜີຫລາຍບັນຫາສໍາຄັນ ເປັນຕົ້ນ ຕໍ່ກັບບັນຫາການສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ນັ້ນ, ຕ້ອງໄດ້ຮັບການຕົກລົງເຫັນດີຈາກ ຄະນະປະຈໍາສະພາແຫ່ງຊາດ ຫລື ກອງປະຊຸມສະພາແຫ່ງຊາດ ກ່ອນທີ່ລັດຖະບານຈະອະນຸມັດສ້າງຕັ້ງ; ສະເໜີໃຫ້ກຳນົດລະບົບການປະສານສົມທົບ ແລະ ປະສານງານ ລະ ຫວ່າງລັດຖະບານ ກັບ ສະພາແຫ່ງຊາດ ໃຫ້ຊັດເຈນ ໂດຍສະເພາະແມ່ນການປະສານສົມທົບໃນການຄົ້ນຄວ້າພິຈາລະນາຕົກລົງບັນຫາສຳຄັນ ຫລື ບັນດາແຜນງານ, ແຜນການ, ບັນດາໂຄງການໃຫຍ່ລະດັບຊາດ ຕ້ອງໄດ້ຜ່ານການຮັບຮອງ ແລະ ເຫັນດີ ຈາກສະພາແຫ່ງຊາດ
ພ້ອມນີ້, ຄວນເພີ່ມຂໍ້ກຳນົດ ກຽວກັບກົນໄກ ແລະ ມາດຕະການໃນການຕິດຕາມກວດກາການລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ຫລື ການແກ້ໄຂຄຳສະເໜີ, ຄໍາຊັກຖາມ ແລະ ຄໍາແນະນຳຂອງກອງປະຊຸມສະພາແຫ່ງຊາດ ແຕ່ລະຄັ້ງໃຫ້ລະອຽດຊັດເຈນຕື່ມ; ສະເໜີໃຫ້ກຳນົດພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງລັດຖະບານ ໃນການເປັນເຈົ້າການແກ້ໄຂຜົນຂອງການກວດສອບ ແລະ ຜົນຂອງການກວດກາ ເຂົ້າໃນກົດໝາຍວ່າດ້ວຍ ລັດຖະບານ ຕື່ມ.


