ລັດຖະບານຍີ່ປຸ່ນຊ່ວຍເຫຼືອກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ,ເມືອງໄຊຍະບູລີ,ແຂວງໄຊຍະບູລີ

ພິທີເຊັນສັນຍາມອບ-ຮັບໂຄງການກໍ່ສ້າງສຸກສາລາຫ້ວຍຂົວຫຼວງ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ. ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມີມູນຄ່າທັງໝົດ 108,871 ໂດລາ (ຫຼື ເທົ່າກັບ 2,461,355,568 ກີບ).
ໄດ້ຈັດຂື້ນໃນວັນທີ 15 ຕຸລາ 2026 ຢູ່ ນະຄອນຫລວງວຽງຈັນ ລະຫວ່າງທ່ານ ຈັນທະວົງ ອ່ອນສົມລີ ຫົວໜ້າຫ້ອງການສາທາລະນະສຸກ ເມືອງ ໄຊຍະບູລີ ແລະ ທ່ານ ໂຄອິຊຶມິ ເອກະອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄຳພັນເພັງ ກໍາມະການສູນກາງພັກ, ເລຂາພັກແຂວງ ໄຊຍະບູລີ
ໂຄງການມີຈຸດປະສົງຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃຫມ່ ພ້ອມທັງສະຫນອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນໍ້າ ໃຫ້ແກ່ບ້ານ ຫ້ວຍຂົວຫລວງ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ.
ທ່ານ ໂຄອິຊືມິ ຊຶໂຕະມຸເອກະອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ ກ່າວວ່າ: ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະຫນັບສະຫນູນແກ່ ແຂວງ ໄຊຍະບູລີ ເປັນຕົ້ນແມ່ນໃນດ້ານການສຶກສາ, ສາທາລະນະສຸກ ແລະ ລະບົບນໍ້າລິນ ໃນໄລຍະຜ່ານມາ ແລະ ຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫລືອລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖີມໄວທາງລັງ” ຜ່ານການແກ້ໄຂຄວາມແຕກໂຕນທາງພາກພື້ນ.
ໂອກາດນີ້ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງໄຊຍະບູລີ.
ໄດ້ກ່າວວ່າໃນໄລຍະຜ່ານມາ ຢູ່ແຂວງໄຊຍະບູລີ, ລັດຖະບານຍີ່ປຸ່ນ ໄດ້ປະກອບສ່ວນສະໜັບສະໜູນຊ່ວຍເຫຼືອ ໃນການພັດທະນາ ແມ່ນມີຫຼາຍໂຄງການ ເປັນຕົ້ນແມ່ນ: ໂຄງການກໍ່ສ້າງນໍ້າລິນ ຢູ່ 3 ເມືອງ, ມີ 5 ບ້ານ (ເມືອງໄຊຍະບູລີ: ບ້ານຫ້ວຍຊໍາອໍ້, ບ້ານປາກທັງ ແລະ ບ້ານຖໍ້າລອດ; ເມືອງຊຽງຮ່ອນ: ບ້ານດອນປຸ່ງ; ເມືອງພຽງ: ບ້ານນໍ້າຍາບ) ລວມມູນຄ່າທັງໝົດ 162,623 ໂດລາ (ຫຼື ເທົ່າກັບ 3,676,580,784 ກີບ), ໂຄງການກໍ່ສ້າງ ໂຮງໝໍເມືອງແກ່ນທ້າວ ມູນຄ່າທັງໝົດ 98,954.78 ໂດລາ (ຫຼື ເທົ່າກັບ 2,2 ຕື້ກວ່າກີບ), ໂຄງການກໍ່ສ້າງສຸກສາລາ 3 ແຫ່ງ ຢູ່ບ້ານນາກວາງ ເມືອງໄຊຍະບູລີ ມູນຄ່າ 2,81 ຕື້ກີບ, ບ້ານນາຊໍ່າ 70.000 ມູນຄ່າ ໂດລາ ແລະ ບ້ານປາກແຄມ ເມືອງແກ່ນທ້າວ ມູນຄ່າ 70.000 ໂດລາ, ໂຄງການຊ່ວຍເຫຼືອກໍ່ສ້າງໂຮງຮຽນ (ໄລຍະທີ 1 ແຕ່ປີ 2011-2017) 6 ແຫ່ງ (ເມືອງປາກລາຍ 2 ແຫ່ງ, ຫົງສາ 1 ແຫ່ງ, ເມືອງໄຊຍະບູລີ 1 ແຫ່ງ, ເມືອງພຽງ 1 ແຫ່ງ, ແກ່ນທ້າວ 1 ແຫ່ງ) ແລະ ຫໍພັກນັກຮຽນ 2 ແຫ່ງ (ຢູ່ເມືອງຄອບ ແລະ ເມືອງເງິນ) ລວມເປັນມູນຄ່າທັງໝົດ 1,203,904 ໂດລາ (ຫຼື ເທົ່າກັບ 27,217,861,632), ໂຄງການຊ່ວຍເຫຼືອກໍ່ສ້າງໂຮງຮຽນ (ໄລຍະທີ 2 ແຕ່ປີ 2021-2026) 6 ແຫ່ງ (ເມືອງທົ່ງມີໄຊ 2 ແຫ່ງ, ເມືອງພຽງ 4 ແຫ່ງ) ແລະ ສູນພັດທະນາຄູ 1 ແຫ່ງ ລວມມູນຄ່າທັງໝົດ 12,9 ຕື້ກວ່າກີບ; ພ້ອມກັນນັ້ນ ລັດຖະບານ ແຫ່ງ ສປປ ລາວ ກໍ່ຄື ຄະນະນໍາແຂວງໄຊຍະບູລີ ກໍ່ໄດ້ມອບຊ້າງຈໍານວນ 4 ເຊືອກ ເປັນຂອງຂວັນໃຫ້ແກ່ ລັດຖະບານຍີ່ປຸ່ນ ໃນວັນທີ 16 ພະຈິກ 2014, ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 60 ປີ; ພ້ອມດຽວກັນນີ້ ລັດຖະບານຍີ່ປຸ່ນກໍ່ໄດ້ ຊ່ວຍເຫຼືອໂຄງການ ກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຍີ່ປຸ່ນ ມູນຄ່າ 2 ລ້ານໂດລາ ໃຫ້ແຂວງໄຊຍະບູລີ.
ສໍາລັບ ໂຮງໝໍນ້ອຍຫ້ວຍຂົວຫຼວງ ໄດ້ສ້າງຕັ້ງຂຶ້ນແຕ່ປີ 1994 ເປັນອາຄານຊັ້ນດຽວ, ເຄິ່ງໄມ້, ເຄິ່ງກໍ່ ຕັ້ງຢູ່ເຂດຫ່າງໄກສອກຫຼີກ ຫ່າງຈາກເທດສະບານເມືອງໄຊຍະບູລີ ປະມານ 54 ກິໂລແມັດ, ມາຮອດປະຈຸບັນອາຍຸການນໍາໃຊ້ໄດ້ 32 ປີແລ້ວ ອາຄານໄດ້ຊຸດໂຊມຫຼາຍພໍສົມຄວນ; ເຊິ່ງໃນເທື່ອນີ້ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານຍີ່ປຸ່ນ ໃນມູນຄ່າກໍ່ສ້າງ 108,871 ໂດລາ, ຖືເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ພື້ນຖານໂຄງລ່າງພາຍໃນແຂວງ ເວົ້າລວມ, ເວົ້າສະເພາະ ວຽກງານສາທາລະນະສຸກ ໄດ້ຮັບການພັດທະນາດີຂຶ້ນ, ປະຊາຊົນເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ ທີ່ມີຄຸນນະພາບ ແລະ ຢ່າງທົ່ວເຖິງ.
ນອກນັ້ນ ຍັງເປັນສິ່ງຢັ້ງຢືນໃຫ້ເຫັນເຖິງການພົວພັນຮ່ວມມືທີ່ເປັນຮູບປະທຳ ແລະ ມີປະສິດທິຜົນລະຫວ່າງ ສປປ ລາວ – ປະເທດຍີ່ປຸ່ນ, ທັງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ – ຍີ່ປຸ່ນ ທີ່ມີມາແຕ່ຍາວນານ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໄປສູ່ລະດັບໃໝ່ຂຶ້ນໄປເລື້ອຍໆ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຕາງໜ້າການນໍາແຂວງ, ກໍ່ຄື ຊາວເມືອງໄຊຍະບູລີ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອດັ່ງກ່າວ ໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະແມ່ນ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ທີ່ໄດ້ເປັນເຈົ້າການຊຸກຍູ້ສະໜັບສະໜູນ ໃຫ້ງົບປະມານຊ່ວຍເຫຼືອກໍ່ສ້າງໂຮງໝໍນ້ອຍຫຼັງນີ້ ແລະ ຂໍສະແດງຄວາມຂອບໃຈມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ຍາມໃດກໍ່ເປັນຫ່ວງເປັນໄຍ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອງົບປະມານ ກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນຄັ້ງນີ້, ພວກເຮົາຈະນໍາໃຊ້ ແລະ ປົກປັກຮັກສາ ໃຫ້ເກີດຜົນປະໂຫຍດສູງສຸດແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນ ຈາກທ່ານໃນຄັ້ງຕໍ່ໄປ.


