ສປປ ລາວ ປະກາດຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025

ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢ່າງເປັນທາງການ ໃນວັນທີ 20 ຕຸລາ 2026 ນະຄອນ ຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະຊີ້ນຳລະດັບຊາດ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ອຳນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ພາກເອກະຊົນ ແລະ ຕົວແທນປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.

ໃນພິທີ, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໃນຖານະເປັນຜູ້ປະສານງານ ແລະ ໃຫ້ການຊ່ວຍເຫລືອຮອບດ້ານ, ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາຕໍ່ການສະໜັບສະໜູນ ຂອງລັດຖະບານອົດສະຕຣາລີ, ລັດຖະບານ ສປ ຈີນ, ລັດຖະບານລຸກຊຳບວກ, ສະຫະລັດອາເມລິກາ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ, ອົງການພັດທະນາ ແລະ ຮ່ວມມືປະເທດສະວິດ, ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາອື່ນໆ ທີ່ໄດ້ປະກອບສ່ວນເຮັດໃຫ້ການສຳຫລວດແບບດີຈິຕອນຄັ້ງທຳອິດຂອງປະເທດ ປະສົບຜົນສຳເລັດ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ນຳໃຊ້ຂໍ້ມູນຈາກການສຳຫລວດຄັ້ງນີ້ ເພື່ອເປັນບ່ອນອີງທີ່ສຳຄັນໃນການຕິດຕາມ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ການວາງນະໂຍບາຍຂະແໜງການ, ການຈັດສັນງົບປະມານ ແລະ ການລົງທຶນເຂົ້າໃນໂຄງສ້າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການລຶບລ້າງຄວາມທຸກຍາກ.

ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ສະຫລຸບພາບລວມຂອງຜົນການສຳຫລວດ ຊຶ່ງຍົກໃຫ້ເຫັນເຖິງການປ່ຽນແປງທາງດ້ານໂຄງສ້າງປະຊາກອນ ເປັນຕົ້ນແມ່ນ ປະຊາກອນ ແລະ ການຂະຫຍາຍຕົວ: ພົນລະເມືອງລາວ ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາ ທັງໝົດ 7.555.536 ຄົນ (7,55 ລ້ານຄົນ). ໃນນັ້ນ, ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ແມ່ນ 7,24 ລ້ານຄົນ (ອີງໃສ່ຈໍານວນຄົນ ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ທີ່ຖືກຈົດນັບໃນເວລາສໍາຫລວດຕົວຈິງ ມີ 6.744.701 ຄົນ ແລະ ບວກເພີ່ມ 497.069 ຄົນ (ຄວາມຜິດດ່ຽງ (+7%) ຈາກການສຳຫລວດປະເມີນຄຸນນະພາບ)) ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາ ທີ່ອາໄສຢູ່ຕ່າງປະເທດ ແມ່ນ 313.766 ຄົນ (313,7 ແສນຄົນ). ອັດຕາສ່ວນພົນລະເມືອງ ແມ່ຍິງ ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາກວມເອົາ 49,2 % ແລະ ຜູ້ຊາຍ 50,8%. ໂຄງສ້າງອາຍຸ ແລະ ໂອກາດທາງເສດຖະກິດ: ສັດສ່ວນພົນລະເມືອງໃນກຸ່ມກຳລັງແຮງງານ (15-64 ປີ) ເພີ່ມຂຶ້ນເປັນ 65,0%, ເຮັດໃຫ້ອັດຕາສ່ວນຜູ້ເອື່ອຍອີງຫລຸດລົງ ຊຶ່ງຖືເປັນ “ໂອກາດທາງພົນລະເມືອງ” ທີ່ສຳຄັນໃນການຂັບເຄື່ອນການເຕີບໂຕທາງເສດຖະກິດຂອງ ສປປ ລາວ. ການສຶກສາ: ອັດຕາການຮູ້ໜັງສືຂອງພົນລະ ເມືອງອາຍຸ 6 ປີຂຶ້ນໄປ ບັນລຸ 83,6%.

ທ່ານ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງການ UNFPA ໄດ້ສະແດງຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການສຳຫລວດຄັ້ງນີ້ ແລະ ໄດ້ເນັ້ນໃສ່ຄວາມສຳຄັນຂອງການນຳໃຊ້ຂໍ້ມູນວ່າ: ຜົນສຳເລັດການສຳຫລວດພົນລະເມືອງ ແມ່ນບາດກ້າວສຳຄັນ, ແຕ່ຜົນປະໂຫຍດທີ່ແທ້ຈິງແມ່ນການນຳໃຊ້ຂໍ້ມູນເຫລົ່ານີ້ ເຂົ້າໃນການກຳນົດນະໂຍບາຍໃຫ້ສອດຄ່ອງ ເພື່ອໃຫ້ທຸກຊຸມຊົນໄດ້ຮັບການພັດທະນາ ແລະ ບໍ່ປະປ່ອຍໃຜໄວ້ທາງຫລັງ. ອົງການ UNFPA ຈະສືບຕໍ່ຢືນຄຽງບ່າຄຽງໄຫລ່ ເພື່ອຊຸກຍູ້ການນຳໃຊ້ຂໍ້ມູນເຂົ້າໃນການຂັບເຄື່ອນການພັດທະນາຂອງ ສປປ ລາວ ຢ່າງຍືນຍົງ.



ພາບ: ອ່າຍຄໍາ


