ບໍລິສັດ ອາຊີ-ໂປຕາສ ຊ່ວຍເກັບກ່ຽວຜົນຜະລິດເຂົ້ານາປີ ຂອງປະຊາຊົນ

ພິທີເປີດລະດູການເກັບກ່ຽວຜົນຜະລິດເຂົ້ານາປີ ຂອງປະຊາຊົນ ໂດຍການຊ່ວຍເຫຼືອຂອງບໍລິສັດ ອາຊີ-ໂປຕາສ (ລາວ) ໄດ້ມີຂຶ້ນໃນວັນທີ 19 ຕຸລາ 2026 ທີ່ ບ້ານນາດິນຈີ່ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍມີທ່ານ ເສີນ ຈີ້ສຽງ ຮອງຜູ້ຈັດການໃຫຍ່ ບໍລິສັດ ອາຊີ-ໂປຕາສ ສາກົນ, ທ່ານ ຫຼິວ ເຟີຍຫຼົງ ຜູ້ຊ່ວຍຜູ້ຈັດການໃຫຍ່ ບໍລິສັດ ອາຊີ-ໂປຕາສ (ລາວ), ທ່ານ ຈັນທະໄລ ແພງດາລາ ປະທານຄະນະກຳມະການປົກຄອງຕາແສງ ດົງໃຕ້, ມີອຳນາດການປົກຄອງບ້ານນາດິນຈີ່, ປະຊາຊົນເຂົ້າຮ່ວມ.
ບໍລິສັດ ອາຊີ-ໂປຕາສ (ລາວ) ໄດ້ຕັ້ງຮາກຖານຢູ່ໃນປະເທດລາວມາເປັນເວລາສິບກວ່າປີແລ້ວ ເຊິ່ງຄຽງຄູ່ກັບການດຳເນີນກິດຈະການ ແລະ ພັດທະນາບໍລິສັດແລ້ວ ຍາມໃດກໍຖືຄວາມສຳຄັນ ໃນການແກ້ໄຂຄວາມຫຍຸ້ງຍາກຂອງຊາວກະສິກອນທ້ອງຖິ່ນ ແລະ ພະນັກງານຄົນລາວ ຂອງບໍລິສັດຢ່າງເຕັມທີ່, ບໍລິສັດມີຄວາມເຕັມໃຈ ແລະ ຍິນດີທີ່ໄດ້ເປັນສ່ວນໜຶ່ງຂອງວຽກງານການເກັບກ່ຽວເຂົ້ານາປີຂອງປະຊາຊົນ. ການທີ່ບໍລິສັດຈັດກິດຈະກຳຊ່ວຍເຫຼືອໃນການເກັບກ່ຽວເຂົ້າ ກໍເພື່ອຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພະນັກງານຄົນລາວທີ່ເຮັດວຽກຢູ່ໃນບໍລິສັດ ແລະ ປະຊາຊົນຢູ່ອ້ອມຂ້າງໂຄງການ ຊຶ່ງປີນີ້ ເປັນປີທີ່ 6 ຕິດຕໍ່ກັນທີ່ບໍລິສັດໄດ້ດໍາເນີນກິດຈະກໍາດັ່ງກ່າວ ໂດຍບໍ່ເສຍຄ່າໃຊ້ຈ່າຍ, ກິດຈະກຳນີ້ບໍ່ພຽງແຕ່ເປັນການສືບຕໍ່ຍົກລະດັບວຽກງານຊ່ວຍເຫຼືອ ແລະ ສົ່ງເສີມຊາວນາ ແຕ່ເປັນພາບສະທ້ອນທີ່ຊັດເຈນ ຂອງພະນັກງານຊາວຈີນ ແລະ ຊາວລາວທີ່ຮ່ວມມືຮ່ວມໃຈກັນ, ກ້າວເດີນໄປນໍາກັນ ແລະ ຊ່ວຍເຫຼືອເກື້ອກູນກັນ. ໃນປີນີ້ ບໍລິສັດຈະສືບຕໍ່ປັບປຸງການຈັດສັນ ແລະ ຄວບຄຸມການໃຊ້ກົນຈັກກະສິກຳໃຫ້ມີປະສິດທິພາບ ໂດຍປະສານການເຮັດວຽກຂອງລົດກ່ຽວເຂົ້າ 4 ຄັນດ້ວຍກັນ ເພື່ອຮີບຮ້ອນເກັບກ່ຽວຜົນຜະລິດ ໄດ້ດຳເນີນໄປຢ່າງວ່ອງໄວ, ມີປະສິດທິຜົນ ແລະ ຄວບຄຸມພື້ນທີ່ໃຫ້ໄດ້ຢ່າງທົ່ວເຖິງ.
ໂອກາດນີ້, ປະທານຄະນະກຳມະການປົກຄອງຕາແສງດົງໃຕ້ ແລະ ຕາງໜ້າຈາກການຈັດຕັ້ງບ້ານ, ປະຊາຊົນ ພາຍໃນບ້ານນາດິນຈີ່ ໄດ້ສະແດງຄວາມດີໃຈ ແລະ ຂອບໃຈຕໍ່ບໍລິສັດ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການເກັບກ່ຽວເຂົ້ານາປີ ໂດຍບໍ່ຄິດຜົນຕອບແທນ ເຊິ່ງເປັນການແບ່ງເບົາທາງດ້ານແຮງງານ, ເວລາ ແລະ ຫຼຸດຄ່າສິ້ນເປືອງຕ່າງໆໃນການເກັບກ່ຽວຜົນຜະລິດຂອງປະຊາຊົນ.
ຂ່າວ: ກອງຄໍາ


