MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບ-ຮັບ ສູນຫລົບໄພນ້ຳຖ້ວມ ບ້ານເມືອງໂຮງ ແລະ ບ້ານນາຈານໃຫຍ່ ເມືອງຊົນນະບູລີ

ມອບ-ຮັບ ສູນຫລົບໄພນ້ຳຖ້ວມ ບ້ານເມືອງໂຮງ ແລະ ບ້ານນາຈານໃຫຍ່ ເມືອງຊົນນະບູລີ

kaling
ເຜີຍແຜ່: 20 October 2026, 16:29
ປັບປຸງຫຼ້າສຸດ: 20 October 2026, 16:29
ອ່ານ 0 ຄັ້ງ
ມອບ-ຮັບ ສູນຫລົບໄພນ້ຳຖ້ວມ ບ້ານເມືອງໂຮງ ແລະ ບ້ານນາຈານໃຫຍ່ ເມືອງຊົນນະບູລີ

ພິທີມອບ-ຮັບ ສູນຫລົບໄພນ້ຳຖ້ວມ ພາຍໃຕ້ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA Project) ຈັດຂຶ້ນໃນວັນທີ 17 ຕຸລາ 2026 ທີ່ບ້ານເມືອງໂຮງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໂດຍມີ ທ່ານ ກິ່ງຄໍາ ມະນີວົງ ຮອງຫົວໜ້າກົມຊັບພະຍາກອນນ້ຳ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສຸບິນ ຫລວງດ້ວງ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ອາຍຊານິ ມາດາການໂກດາລາເບ ຜູ້ແທນປະຈຳ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ພ້ອມດ້ວຍບັນດາຄະນະຊີ້ນຳໂຄງການຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນພິທີ, ທ່ານ ສິງທອງ ພັນທະມາລາ ຜູ້ຈັດການໂຄງການກົມຊັບພະຍາກອນນໍ້າ ໄດ້ລາຍງານວ່າ: ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ ເປັນການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ໂດຍຜ່ານກົມຊັບພະຍາກອນນ້ຳ ຮ່ວມກັບ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຈຳພອນ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ພາຍໃຕ້ການສະໜັບສະໜູນທຶນຈາກ ກອງທຶນສິ່ງແວດລ້ອມໂລກ (GEF). ແຂວງສະຫວັນນະເຂດ ໂດຍສະເພາະ ເຂດອ່າງເກັບນ້ຳເຊບັງຫຽງ ເປັນໜຶ່ງໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດຢ່າງຊັດເຈນ. ໃນລະດູຝົນ ມັກເກີດໄພນ້ຳຖ້ວມຮຸນແຮງ ນຳໄປສູ່ການເຊາະເຈື່ອນຂອງຕາຝັ່ງເຊ ສ້າງຄວາມເສຍຫາຍຕໍ່ເຮືອນຊານ, ພື້ນທີ່ກະສິກຳ ແລະ ພື້ນຖານໂຄງລ່າງຂອງຊຸມຊົນ. ເພື່ອຮັບມືກັບບັນຫາດັ່ງກ່າວ, ໂຄງການ IWRM-EbA ຈຶ່ງໄດ້ນຳໃຊ້ແນວທາງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ຄວບຄູ່ກັບການປັບຕົວບົນພື້ນຖານລະບົບນິເວດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດທາງທຳມະຊາດ.

ການກໍ່ສ້າງສູນຫລົບໄພນ້ຳຖ້ວມ ບ້ານເມືອງໂຮງ ແລະ ບ້ານນາຈານໃຫຍ່ ໄດ້ເລີ່ມການກໍ່ສ້າງມາແຕ່ ເດືອນກຸມພາ 2026 ແລະ ໄດ້ສຳເລັດ ໃນເດືອນຕຸລາ 2026 ໂດຍ ບໍລິສັດ ເອັບເອັມ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາໃນການກໍ່ສ້າງ. ອາຄານສູນຫລົບໄພນໍ້າຖ້ວມ ແມ່ນມີຂະໜາດ 36×10 ແມັດ ລວມມີ 3 ຫ້ອງ ແລະ ມີລະບຽງດ້ານໜ້າ ກວ້າງ 2 ແມັດ, ອາຄານເປັນໂຄງເຫລັກ ຮາກຖານເປັນເບຕົງເສີມເຫລັກ, ພື້ນຍົກສູງ 0,50 ແມັດ ແລະ ມຸງຫລັງຄາດ້ວຍແຜ່ນອາລູຊິງ, ມີທາງລາດສຳລັບຄົນພິການ ແລະ ໄຟໂຊລາເຊວ, ມີຫ້ອງນ້ຳດ້ານຫລັງ 6 ຫ້ອງ, ພ້ອມຖັງບຳບັດ ແລະ ເຮືອນຄົວຂະໜາດ 9×3 ແມັດ ລວມມູນຄ່າທັງໝົດ 194.000 ໂດລາສະຫະລັດ.

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 20 ຕຸລາ 2026 · ຂຶ້ນ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ