ເກີດເຫດໄຟໄໝ້ ຢູ່ເຂດຕະຫລາດປາກເຊ ແຂວງຈໍາປາສັກ

ວັນທີ 21 ຕຸລາ 2026 ເກີດເຫດເກີດເຫດໄຟໄໝ້ຮ້ານຂາຍເຄື່ອງທີ່ເປັນຫ້ອງແຖວ ຢູ່ດ້ານໜ້າປະຕູໂຂງ ຕະຫລາດໃໝ່ປາກເຊ ເບື້ອງແຄມຂອງ ບ້ານໂພນກຸງ ນະຄອນປາກເຊ ແຂວງຈໍາປາສັກ
ລາຍງານເບື້ອງຕົ້ນ ນາຍບ້ານໆໂພນກຸງ ເລົ່າວ່າ: ເຫດການເກີດຂຶ້ນໃນເວລາປະມານ 02:00 ໂມງຂອງວັນທີ 21 ຕຸລາ 2026 ໂດຍມີຈຸດເລີ່ມຕົ້ນຈາກ ຮ້ານຂາຍເຄື່ອງສໍາອາງ ແລະ ລຸກລາມໄປສູ່ຮ້ານຂອງເຄື່ອງຢາງ ເປັນເຫດໃຫ້ໄຟລຸກລາມຢ່າງໄວວາ. ຈາກນັ້ນ, ອົງການປົກຄອງບ້ານ ກໍໄດປະສານເອົາກໍາລັງເຈົ້າໜ້າທີ່ດັບເພີງມາຊ່ວຍເຫລືອໃນການຄວບຄຸມໄຟໄໝ້ດັ່ງກ່າວ.
ປັດຈຸບັນ, ການນໍາແຂວງຈໍາປາສັກ, ການນໍາກອງບັນຊາການ ປກສ ແຂວງ, ການນໍານະຄອນປາກເຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານທີ່ເກີດເຫດຢ່າງໃກ້ຊິດ ເພື່ອຊີ້ນໍາບັນຊາເຈົ້່າໜ້າທີ່ດັບເພີງສຸມໃສ່ກໍາລັງ ເຂົ້າໃນການມອດໄຟ ເພື່ອສະກັດກັ້ນບໍ່ໃຫ້ໄຟລຸກລາມໄປສູ່ຈຸດອື່ນໆ. ສ່ວນສາເຫດ ແລະ ມູນຄ່າຄວາມເສຍຫາຍ ຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່.
ທີ່ມາ: ໜັງສືພິມຈຳປາໃໝ່
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້


