MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານສະພາປະຊາຊົນແຂວງຊຽງຂວາງມອບເງີນ 50 ລ້ານກີບ ຊ່ວຍເຫຼືອໄພພິບັດໃຫ້ແຂວງຫຼວງນໍ້າທາ

ປະທານສະພາປະຊາຊົນແຂວງຊຽງຂວາງມອບເງີນ 50 ລ້ານກີບ ຊ່ວຍເຫຼືອໄພພິບັດໃຫ້ແຂວງຫຼວງນໍ້າທາ

ໂດຍ kaling
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ປະທານສະພາປະຊາຊົນແຂວງຊຽງຂວາງມອບເງີນ 50 ລ້ານກີບ ຊ່ວຍເຫຼືອໄພພິບັດໃຫ້ແຂວງຫຼວງນໍ້າທາ

ໃນວັນທີ 20 ເດືອນ ຕຸລາ 2026 ນີ້ຢູ່ທີ່ສະພາແຫ່ງຊາດ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງຂວາງ ໄດ້ກ່າວມອບເງີນຈໍານວນ 50 .000.000 ກີບ ໃຫ້ແກ່ແຂວງຫຼວງນໍ້າທາ ເພື່ອເປັນການຊ່ວຍເຫຼືອຜູ້ທີ່ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາໃນໄລຍະຜ່ານມາ ກ່າວຮັບຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫລວງນ້ຳທາ.

ໂອກາດນີ້ ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫລວງນ້ຳທາ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງທີ່ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ນໍາເອົາເງີນມາມອບໃຫ້ໃນຄັ້ງນີ້ ແລະ ອວຍ

ພອນໃຫ້ ທ່ານ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ສໍາເລັດໃນພາລະກິດອັນຍິ່ງໃຫຍ່ຂອງບັນດາທ່ານ ແລະ ຈະນໍາເອົາເງີນຈໍານວນດັ່ງກ່າວໄປມອບໃຫ້ແກ່ປະຊາຊົນຜູ້ທີ່ປະສົບໄພນໍ້າຖ້ວມເພື່ອຊ່ວຍແບ່ງເບົາຄວາມຫຍຸ້ງຍາກ , ເປັນກໍາລັງໃຈໃຫ້ປະຊາຊົນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂື້ນໃນຂັ້ນຕໍ່ໄປ. ຂ່າວ: ຫ້ອງວ່າການແຂວງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 21 ຕຸລາ 2026 · ຂຶ້ນ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ