ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະເໜີສະພາພິຈາລະນາ ປັບປຸງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາໄຊເບີ

ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນຕອນເຊົ້າວັນທີ 20 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາໄຊເບີ (ສະບັບປັບປຸງ). ຈາກນັັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ກະທັດຮັດ ສາມາດກາຍເປັນກົນໄກສຳຄັນໃນການສົ່ງເສີມ ການພັດ ທະນາເສດຖະກິດ-ສັງຄົມ ໂດຍການສ້າງສະພາບແວດລ້ອມທາງດີຈິຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດີຈິຕອນ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງ ຄົມ.

ໂອກາດນີ້, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນເປົ້າໝາຍ, ເຫດຜົນ ແລະ ຄວາມຈຳ ເປັນຂອງການປັບປຸງກົດໝາຍດັ່ງກ່າວ ເພື່ອສ້າງເຄື່ອງມືທາງກົດໝາຍທີ່ເຂັ້ມແຂງ, ຮັດກຸມ ແລະ ທັນສະໄໝ ເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ, ປົກປ້ອງເສດຖະກິດ-ສັງຄົມ ແລະ ປົກປ້ອງລະບົບພື້ນ ຖານໂຄງລ່າງທີ່ສຳຄັນຂອງປະເທດ ຈາກການໂຈມຕີທາງໄຊເບີ, ພ້ອມທັງສາມາດເຊື່ອມໂຍງກັບມາດ ຕະຖານ ແລະ ກົນໄກການຮ່ວມມືສາກົນ. ການປັບປຸງກົດໝາຍສະບັບນີ້, ມີຄວາມຈຳເປັນທາງດ້ານເສດຖະກິດ-ສັງຄົມ ເພາະອາຊະຍາກຳໄຊເບີ ໄດ້ສ້າງຄວາມເສຍຫາຍຢ່າງມະຫາສານ. ດັ່ງນັ້ນ, ຈຶ່ງຈຳ ເປັນຕ້ອງມີກົດໝາຍທີ່ເຂັ້ມແຂງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ. ພ້ອມກັນນັ້ນ, ພວກເຮົາຈຳ ເປັນຕ້ອງມີຂອບ ກົດໝາຍທີ່ຮອງຮັບການເກັບຮັກສາ ແລະ ນຳໃຊ້ຫລັກຖານທາງດີຈິຕອນໃນຂັ້ນສານ ແລະ ຮອງຮັບການເຊື່ອມໂຍງກັບສາກົນ.
ຮ່າງກົດໝາຍສະບັບນີ້, ໄດ້ປ່ຽນຊື່ຈາກກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ມາເປັນ “ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີ (ສະບັບປັບປຸງ)”. ໂຄງສ້າງໃໝ່ປະກອບມີ 10 ພາກ, 4 ໝວດ, 62 ມາດຕາ. ໃນນີ້, ໄດ້ຮັກສາໄວ້ເດີມ 1 ມາດຕາ, ປັບປຸງເນື້ອໃນ 49 ມາດຕາ, ເພີ່ມໃໝ່ 12 ມາດຕາ. ຄາດວ່າຫາກຖືກຮັບຮອງ ແລະ ປະກາດໃຊ້ຈະຊ່ວຍໃຫ້ເຈົ້າໜ້າທີ່ມີບ່ອນອີງທາງກົດໝາຍທີ່ຊັດເຈນ ໃນການດຳເນີນຄະດີກັບຮູບແບບອາຊະຍາກຳໃໝ່ໆ. ຜົນກະທົບທາງບວກທີ່ຈະຕາມມາຄື ປະຊາຊົນ ແລະ ທຸລະກິດຈະໄດ້ຮັບການປົກປ້ອງຊັບສິນ ແລະ ຂໍ້ມູນສ່ວນຕົວ, ລະບົບພື້ນຖານໂຄງລ່າງທີ່ສຳຄັນເຊັ່ນ: ລະບົບທະນາຄານ, ໂທລະຄົມ, ພະລັງງານ, ການຄ້າ, ສາທາລະນະສຸກ ຈະປອດໄພຂຶ້ນ ຊຶ່ງຈະເປັນການສົ່ງເສີມການຂະຫຍາຍ ຕົວຂອງເສດຖະກິດດີຈິຕອນ. ຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍທີ່ຕ້ອງລະມັດລະວັງເຊັ່ນ: ຜູ້ໃຫ້ບໍລິ ການອິນເຕີເນັດ ແລະ ໂທລະຄົມ ອາດຈະຕ້ອງຮັບພາລະຕົ້ນທຶນທີ່ເພີ່ມຂຶ້ນ ໃນການຈັດຫາລະບົບເກັບຮັກສາຂໍ້ມູນ. ນອກຈາກນີ້, ພວກເຮົາຕ້ອງລະມັດລະວັງໃນການກຳນົດຖານຄວາມຜິດໃຫ້ຊັດເຈນ ເພື່ອບໍ່ໃຫ້ເກີດຄວາມສ່ຽງທີ່ຈະຖືກເບິ່ງວ່າ ເປັນການຈຳກັດສິດເສລີພາບ ໃນການສະແດງອອກຂອງປະຊາ ຊົນ.
ສະຫລຸບແລ້ວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີ ສະບັບປັບປຸງນີ້, ຈະເປັນເສົາຄ້ຳອັນສຳຄັນ ໃນການຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມໃນຍຸກດີຈິຕອນ; ຈະເປັນກົນໄກສຳຄັນໃນການສົ່ງເສີມການພັດທະ ນາເສດຖະກິດ-ສັງຄົມ ໂດຍການສ້າງສະພາບແວດລ້ອມທາງດີຈິຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດີຈິຕອນ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ຖ້າພວກເຮົາຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ມັນຈະຊ່ວຍໃຫ້ ສປປ ລາວ ກ້າວໄປສູ່ການເປັນປະເທດທີ່ມີຄວາມພ້ອມໃນການຮັບມືກັບຄວາມສ່ຽງ ແລະ ໂອກາດໃນໂລກດີຈິຕອນທີ່ກຳລັງຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງນີ້.
ຂ່າວ: ກິດຕາ
ພາບ: ເກດສະໜາ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້


