MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຊາຍຊາວບຣາຊິນຂາຍຊັບສິນທັງໝົດ ເດີນທາງຕາມຫາຮັກແທ້ໄລຍະທາງ 1,900 ກິໂລແມັດ ສຸດທ້າຍພົບວ່າສາວໃນຝັນເປັນ AI

ຊາຍຊາວບຣາຊິນຂາຍຊັບສິນທັງໝົດ ເດີນທາງຕາມຫາຮັກແທ້ໄລຍະທາງ 1,900 ກິໂລແມັດ ສຸດທ້າຍພົບວ່າສາວໃນຝັນເປັນ AI

ໂດຍ Jenjila
· 55 ນາທີ ກ່ອນອ່ານ 2 ນາທີ4 ຄັ້ງ
ຊາຍຊາວບຣາຊິນຂາຍຊັບສິນທັງໝົດ ເດີນທາງຕາມຫາຮັກແທ້ໄລຍະທາງ 1,900 ກິໂລແມັດ ສຸດທ້າຍພົບວ່າສາວໃນຝັນເປັນ AI

ຊາຍຊາວບຣາຊິນ ອາຍຸ 49 ປີ ຍອມຂາຍຊັບສິນທັງໝົດ ຫວັງເດີນທາງຕາມຫາຮັກແທ້ໄກກວ່າ 1,900 ກິໂລແມັດ ກ່ອນພົບຄວາມຜິດຫວັງ ເມື່ອຮູ້ວ່າສາວໃນຝັນພົບວ່າຍິງສາວທີ່ຊື່ Jessica Oliveira ບໍ່ມີຕົວຕົນຈິງ ເປັນພຽງຕົວລະຄອນທີ່ສ້າງຂຶ້ນດ້ວຍປັນຍາປະດິດ (AI).

ວັນທີ 20 ຕຸລາ 2026 ເກີດເລື່ອງລາວທີ່ສ້າງຄວາມຕົກຕະລຶງ ເມື່ອຊາຍຊາວບຣາຊິນ ອາຍຸ 49 ປີ ຕັດສິນໃຈຂາຍຊັບສິນທັງໝົດຂອງຕົນ ເພື່ອເດີນທາງໄກກວ່າ 1,900 ກິໂລແມັດ ໄປພົບຍິງສາວທີ່ລາວເຊື່ອວ່າຈະເປັນຄູ່ຊີວິດ ແຕ່ກັບຕ້ອງຜິດຫວັງ ເມື່ອຮູ້ວ່ານາງບໍ່ມີຕົວຕົນຈິງ.

ເອດິມາ ມາຕິນສ໌ (Edimar Martins) ຊ່າງກໍ່ສ້າງຊາວບຣາຊິນ ເປີດເຜີຍກັບສື່ທ້ອງຖິ່ນວ່າ ລາວພົບບັນຊີສື່ສັງຄົມອອນລາຍຂອງຍິງສາວຊື່ ເຈສຊິກາ ໂອລິເວຣາ (Jessica Oliveira) ຕັ້ງແຕ່ປີ 2020 ໂດຍບັນຊີດັ່ງກ່າວມີຜູ້ຕິດຕາມຫຼາຍກວ່າ 300,000 ຄົນ.

ຄລິບສ່ວນໃຫຍ່ສະແດງພາບໂອລິເວຣາໃຊ້ຊີວິດຢູ່ໃນຟາມຊົນນະບົດ ພ້ອມທັງເຊື້ອເຊີນຜູ້ຊາຍໃຫ້ຍ້າຍໄປຢູ່ນຳ ໂດຍສະເໜີທີ່ພັກອາໄສ ແລະຄວາມຊ່ວຍເຫຼືອດ້ານການເງິນ.

ຫຼັງຈາກສູນເສຍແມ່ ມາຕິນສ໌ເຊື່ອວ່າຍິງສາວຄົນນີ້ຈະຊ່ວຍໃຫ້ລາວເລີ່ມຕົ້ນຊີວິດໃໝ່ໄດ້ ຈຶ່ງຕັດສິນໃຈຂາຍຊັບສິນເພື່ອນຳເງິນມາເປັນຄ່າເດີນທາງ ໄປຍັງເມືອງເບໂລໂອຣິຊອນຊີ (Belo Horizonte) ທາງຕາເວັນອອກສຽງໃຕ້ຂອງບຣາຊິນ ໂດຍພົກຮູບຖ່າຍຂອງຍິງສາວໄປນຳ ເພື່ອອອກຕາມຫານາງ.

ແຕ່ເມື່ອລາວສອບຖາມຜູ້ຄົນໃນເມືອງ ກັບບໍ່ມີໃຜຮູ້ຈັກນາງເລີຍ. ຈົນກະທັ່ງລາວຂໍຄວາມຊ່ວຍເຫຼືອຈາກສະຖານີວິທະຍຸທ້ອງຖິ່ນ ຈຶ່ງໄດ້ຮູ້ຄວາມຈິງວ່າ ຍິງສາວຄົນນີ້ບໍ່ມີຕົວຕົນຢູ່ຈິງ ແຕ່ເປັນພຽງຕົວລະຄອນທີ່ສ້າງຂຶ້ນດ້ວຍ AI.

ມາຕິນສ໌ກ່າວດ້ວຍຄວາມເສຍໃຈວ່າ ການເດີນທາງຄັ້ງນີ້ເຮັດໃຫ້ລາວພົບທັງຄວາມເສົ້າ, ຄວາມທໍ້ແທ້ ແລະຄວາມຫົດຫູ່ ເພາະສິ່ງທີ່ລາວຕ້ອງການມີພຽງການພົບໃຜສັກຄົນ ເພື່ອສ້າງຄວາມສຳພັນທີ່ຈິງຈັງ.

ຕໍ່ມາ ຜູ້ທີ່ຢູ່ເບື້ອງຫຼັງບັນຊີດັ່ງກ່າວໄດ້ຍອມຮັບວ່າ ຍິງສາວເປັນຕົວລະຄອນ AI ພ້ອມປະຕິເສດວ່າ ບໍ່ເຄີຍຕິດຕໍ່ກັບມາຕິນສ໌ເປັນການສ່ວນຕົວ. ພ້ອມຍອມຮັບວ່າ ສ້າງບັນຊີນີ້ຂຶ້ນມາເພື່ອເພີ່ມຈຳນວນຜູ້ຕິດຕາມ ກ່ອນຈະນຳໄປຂາຍຕໍ່.

ຜູ້ກ່ຽວຍັງປະຕິເສດວ່າ ບໍ່ເຄີຍສົນທະນາກັບໃຜໂດຍກົງ ຫຼືເຊື້ອເຊີນໃຫ້ໃຜເດີນທາງມາຍັງເມືອງເບໂລໂອຣິຊອນຊີແຫ່ງນີ້.

ຂະນະທີ່ມາຕິນສ໌ໃຊ້ເງິນໄປກັບການເດີນທາງຈົນບໍ່ເຫຼືອເງິນ ລາວຈຶ່ງຕ້ອງຂໍຄວາມຊ່ວຍເຫຼືອຈາກໜ່ວຍງານທ້ອງຖິ່ນ. ເຈົ້າໜ້າທີ່ສັງຄົມສົງເຄາະໄດ້ຈັດຫາອາຫານ, ສະຖານທີ່ອາບນ້ຳ ແລະປີ້ລົດໂດຍສານ ເພື່ອໃຫ້ລາວສາມາດເດີນທາງອອກຈາກເມືອງໄດ້.

ເຖິງຈະຜິດຫວັງຢ່າງໜັກ ແຕ່ມາຕິນສ໌ຍັງບໍ່ລະຖິ້ມຄວາມຫວັງໃນການພົບຄູ່ຊີວິດ. ປັດຈຸບັນ ລາວພັກອາໄສຢູ່ກັບຍາດພີ່ນ້ອງ ແລະຍັງຕັ້ງໃຈວ່າຈະກັບໄປຍັງເມືອງເບໂລໂອຣິຊອນຊີອີກຄັ້ງ ເພື່ອພົບໃຜສັກຄົນທີ່ພ້ອມຈະໃຊ້ຊີວິດຮ່ວມກັນ.

ທີ່ມາ: NDTV

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 21 ຕຸລາ 2026 · ຂຶ້ນ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ