
ເກີດແຜ່ນດິນໄຫວ ຂະໜາດ 2.4 ຣິກເຕີ ຄວາມເລິກ 10 ກິໂລແມັດ ຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານເຫດການເກີດແຜ່ນດິນໄຫວ ປະຈໍາວັນທີ 21 ຕຸລາ 2026 ເວລາ 07:00 ໂມງເຊົ້າ ຫາ ວັນທີ 22 ຕຸລາ 2026 ເວລາ 07:00 ໂມງເຊົ້າ, ໄດ້ເກີດເຫດການແຜ່ນດິນໄຫວ 5 ຄັ້ງ, ໃນນີ້ ຢູ່ ສສ ຫວຽດນາມ 1 ຄັ້ງ, ມຽນມາ 2 ຄັ້ງ, ໄທ 1 ຄັ້ງ ແລະ ປະເທດລາວ 1 ຄັ້ງ ຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ ໃນເວລາ 18:53 ນາທີ ວັນທີ 21 ຕຸລາ 2026 ມີຂະໜາດ 2.4 ຣິກເຕີ ຢູ່ເສັ້ນແວງທີ 20.567°N 99.845 E, ຄວາມເລິກ 10 ກິໂລແມັດ.
ໝາຍເຫດ: ເຫດການແຜ່ນດິນໄຫວ ໃນຄັ້ງນີ້ແມ່ນບໍ່ສົ່ງຜົນກະທົບ ຕໍ່ ສປປ ລາວ.
ດັ່ງນັ້ນ, ຈຶ່ງແຈ້ງເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນທົ່ວປະເທດຈົ່ງມີສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມື, ພ້ອມທັງໃຫ້ຕິດຕາມ ຂ່າວລາຍງານເຫດການເກີດແຜ່ນດິນໄຫວ ທັງພາຍໃນປະເທດ ແລະ ບັນດາ ປະເທດໃກ້ຄຽງ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





