
ແຮກເກີຄົນດຽວໃຊ້ AI Agents ເຈາະເວັບໄຊກວ່າ 100 ແຫ່ງ! ສັ່ງງານບໍ່ກີ່ປະໂຫຍກ ປ່ອຍໃຫ້ AI ເຮັດວຽກເອງເກືອບທັງໝົດ

AI Agents ບໍ່ໄດ້ຖືກນຳມາໃຊ້ແຄ່ຊ່ວຍຂຽນໂຄດ ຫຼື ເຮັດວຽກອັດຕະໂນມັດອີກຕໍ່ໄປ ລ້າສຸດມີລາຍງານວ່າຜູ້ໂຈມຕີລາຍໜຶ່ງໃຊ້ AI ຊ່ວຍເຈາະລະບົບເວັບໄຊຂອງບໍລິສັດຫຼາຍກວ່າ 100 ແຫ່ງ ລວມເຖິງເວັບໄຊທີ່ກ່ຽວຂ້ອງກັບ Deere, SharkNinja ແລະ Cummins.
ເລື່ອງນີ້ຖືກເປີດເຜີຍໂດຍ ສະນໍເຣ ຟາເກີແລນ (Snorre Fagerland) ນັກວິໄຈດ້ານຄວາມປອດໄພຈາກ NorForge ທີ່ພົບວ່າຜູ້ໂຈມຕີໃຊ້ແພລດຟອມໂອເພນຊອດ (Open-source) ຊື່ Cairn ຄວບຄຸມ AI Agents ໃຫ້ຄົ້ນຫາຊ່ອງໂຫວ່ ແລະ ພະຍາຍາມເຂົ້າເຖິງລະບົບ ໂດຍແທບບໍ່ຕ້ອງມີຄົນຄອຍສັ່ງງານໃນທຸກຂັ້ນຕອນ.
ທີ່ໜ້າສົນໃຈຄື ຜູ້ໂຈມຕີໃຊ້ຄຳສັ່ງພາສາຈີນບໍ່ເຖິງ 100 ຕົວອັກສອນ ແຕ່ AI Agents ສາມາດດຳເນີນການໂຈມຕີເວັບໄຊໄດ້ຫຼາຍກວ່າ 1,200 ແຫ່ງ ແລະ ມີລາຍງານວ່າເຂົ້າເຖິງເວັບໄຊໄດ້ສຳເລັດຫຼາຍກວ່າ 100 ແຫ່ງ.
AI ບໍ່ໄດ້ແຄ່ສະແກນຫາຊ່ອງໂຫວິດຕາມຄຳສັ່ງເທົ່ານັ້ນ ແຕ່ຍັງສາມາດນຳຂໍ້ມູນທີ່ພົບມາວິເຄາະ, ຫາແນວທາງໃໝ່ເມື່ອການໂຈມຕີບໍ່ສຳເລັດ ແລະ ເຮັດວຽກຕໍ່ເນື່ອງເປັນເວລາຫຼາຍຊົ່ວໂມງໄດ້ນຳອີກ.
ຈາກຂໍ້ມູນຂອງນັກວິໄຈ, ການໂຈມຕີທີ່ສຳເລັດໃຊ້ເວລາສະເລ່ຍປະມານ 23 ຊົ່ວໂມງ ຂະນະທີ່ຕົ້ນທຶນການໃຊ້ AI ຕະຫຼອດປະຕິບັດການຖືກປະເມີນໄວ້ປະມານ 5,000 ໂດລາ ຫຼື ປະມານ 50 ໂດລາຕໍ່ການເຈາະລະບົບສຳເລັດໜຶ່ງຄັ້ງ.
ແນວໃດກໍຕາມ, ບໍລິສັດທີ່ຖືກລະບຸຊື່ບໍ່ໄດ້ເສຍຫາຍເທົ່າກັນທັງໝົດ.
Deere ລະບຸວ່າຍັງບໍ່ພົບຂໍ້ບົ່ງຊີ້ວ່າມີການເຂົ້າເຖິງຂໍ້ມູນສຳຄັນ ສ່ວນ SharkNinja ຢືນຢັນວ່າເຫດການເກີດກັບເວັບໄຊຂໍ້ມູນສະໜັບສະໜູນຜະລິດຕະພັນທີ່ແຍກຈາກລະບົບອື່ນ ແລະ ສາມາດຄວບຄຸມໄພຄຸກຄາມໄດ້ແລ້ວ ຂະນະທີ່ Cummins ກຳລັງກວດສອບລາຍງານເຫດການທີ່ອາດເກີດຂຶ້ນກັບເວັບໄຊຂອງຜູ້ໃຫ້ບໍລິການພາຍນອກ.
ຈຸດທີ່ໜ້າຈັບຕາຂອງຂ່າວນີ້ຈຶ່ງບໍ່ແມ່ນພຽງແຕ່ຈຳນວນເວັບໄຊທີ່ຖືກເຈາະ ແຕ່ເປັນຄວາມສາມາດຂອງ AI Agents ທີ່ຊ່ວຍໃຫ້ຜູ້ໂຈມຕີຄົນດຽວເຮັດວຽກທີ່ຊັບຊ້ອນຈຳນວນຫຼາຍໄດ້ ໂດຍບໍ່ຕ້ອງລົງມືຄົ້ນຫາຊ່ອງໂຫວ່ ແລະ ທົດລອງໂຈມຕີທຸກຂັ້ນຕອນດ້ວຍຕົນເອງ.
ເຖິງແມ່ນວ່າຂໍ້ມູນທີ່ມີຢູ່ຈະຍັງບໍ່ສາມາດລະບຸໄດ້ວ່າມີຂໍ້ມູນຖືກຂໂມຍອອກໄປຫຼາຍໜ້ອຍປານໃດ ແຕ່ເຫດການນີ້ສະທ້ອນໃຫ້ເຫັນວ່າ AI ກຳລັງປ່ຽນຮູບແບບ ແລະ ຕົ້ນທຶນຂອງການໂຈມຕີທາງໄຊເບີຢ່າງຊັດເຈນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





