ວັນພະຫັດ ທີ 22 ຕຸລາ 2026ອັບເດດລ່າສຸດ 14:10ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຫຼົດ! ເຮືອບິນຂັບໄລ່ Mirage 2000D ຕົກຂະນະຝຶກບິນ ເສຍຊີວິດ 1 ຄົນ ເລັ່ງຄົ້ນຫາລູກເຮືອອີກ 1 ຄົນ.

ໂດຍ Jenjila
· 51 ນາທີ ກ່ອນອ່ານ 2 ນາທີ2 ຄັ້ງ
ສະຫຼົດ! ເຮືອບິນຂັບໄລ່ Mirage 2000D ຕົກຂະນະຝຶກບິນ ເສຍຊີວິດ 1 ຄົນ ເລັ່ງຄົ້ນຫາລູກເຮືອອີກ 1 ຄົນ.

ເຫດການເຮືອບິນຂັບໄລ່ Mirage 2000D ຕົກໃນວັນທີ 20 ຕຸລາ 2026 ເວລາປະມານ 22:40 ໂມງ ຕາມເວລາທ້ອງຖິ່ນຂອງຝຣັ່ງ ໃກ້ກັບເມືອງ Rogéville ທາງຕາເວັນອອກສຽງເໜືອຂອງປະເທດ.

ເຮືອບິນຂັບໄລ່ Mirage 2000D ຂອງກອງທັບອາກາດຝຣັ່ງ ຕົກລະຫວ່າງການຝຶກບິນຢູ່ທາງຕາເວັນອອກສຽງເໜືອຂອງປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ຂະນະທີ່ເຈົ້າໜ້າທີ່ຍັງຄົງເລັ່ງຄົ້ນຫາລູກເຮືອອີກ 1 ຄົນ. ເຫດການເກີດຂຶ້ນໃກ້ກັບຖານທັບອາກາດ ບໍລິເວນຊານເມືອງນັງຊີ (Nancy).

ພັນເອກ David Papalardo ໂຄສົກກອງທັບອາກາດຝຣັ່ງ ໃຫ້ສຳພາດກັບສຳນັກຂ່າວ AFP ວ່າ ຈາກຂໍ້ມູນເບື້ອງຕົ້ນ ເຊື່ອວ່າລູກເຮືອຢ່າງໜ້ອຍ 1 ຄົນ ບໍ່ສາມາດດີດຕົວອອກຈາກເຮືອບິນໄດ້ທັນເວລາ.

ລາວລະບຸວ່າ ເຮືອບິນລຳທີ່ປະສົບເຫດມີລູກເຮືອ 2 ຄົນ ປະກອບມີນັກບິນຝຶກຫັດໄວໜຸ່ມ 1 ຄົນ ແລະເຈົ້າໜ້າທີ່ຄວບຄຸມລະບົບອາວຸດທີ່ມີປະສົບການສູງອີກ 1 ຄົນ.

ດ້ານ Henri Lemoine ເຈົ້າໜ້າທີ່ຜູ້ເປັນຕົວແທນຂອງຫຼາຍໝູ່ບ້ານໃນພື້ນທີ່ ເປີດເຜີຍຜ່ານ Facebook ວ່າ ໂດຣນໄດ້ກວດພົບຊາກເຮືອບິນແລ້ວ ແລະເຈົ້າໜ້າທີ່ກູ້ໄພໄດ້ເດີນທາງໄປຮອດຈຸດເກີດເຫດ ໂດຍຍັງຄົງດຳເນີນການຄົ້ນຫາລູກເຮືອອີກຄົນໜຶ່ງຢ່າງຕໍ່ເນື່ອງ.

Mirage 2000D ເຮືອບິນຂັບໄລ່ທີ່ຜ່ານຫຼາຍສະໜາມຮົບ

Mirage 2000D ເປັນເຮືອບິນຂັບໄລ່ແບບ 2 ບ່ອນນັ່ງ ເຂົ້າປະຈຳການກັບກອງທັບອາກາດຝຣັ່ງຕັ້ງແຕ່ປີ 1993. ຝຣັ່ງເຄີຍນຳເຮືອບິນຮຸ່ນນີ້ໄປໃຊ້ໃນຫຼາຍສະໜາມຮົບ ລວມທັງ:

  • ໂຄໂຊໂວ ໃນປີ 1999
  • ລີບີ ໃນປີ 2011
  • ອັຟການິສະຖານ
  • ອີຣັກ ແລະຊີເຣຍ
  • ພາກພື້ນຊາເຮວຂອງທະວີບອາຟຣິກາ

ໃນອະດີດ Mirage 2000D ເຄີຍປະສົບອຸບັດເຫດມາແລ້ວຫຼາຍຄັ້ງ. ໃນເດືອນມັງກອນ 2019 ລູກເຮືອທັງ 2 ຄົນຂອງ Mirage 2000D ລຳໜຶ່ງເສຍຊີວິດ ຫຼັງຈາກເຮືອບິນຕົກຂະນະບິນໃນລະດັບຕ່ຳຕອນກາງຄືນທາງຕາເວັນອອກຂອງຝຣັ່ງ.

ຕໍ່ມາໃນເດືອນກໍລະກົດ 2021 ລູກເຮືອຂອງ Mirage 2000D ອີກລຳໜຶ່ງສາມາດດີດຕົວອອກຈາກເຮືອບິນໄດ້ສຳເລັດ ຫຼັງຈາກເກີດເຫດເຮືອບິນຕົກໃກ້ເມືອງນັງຊີ.

ທັງນີ້ ຝຣັ່ງຫາກໍສຳເລັດໂຄງການປັບປຸງຝູງບິນ Mirage 2000D ແລະມີແຜນຈະນຳໃຊ້ເຮືອບິນຮຸ່ນນີ້ຕໍ່ໄປຈົນເຖິງຊ່ວງທົດສະວັດ 2030.

ທີ່ມາ: Le Monde

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 22 ຕຸລາ 2026 · ຂຶ້ນ 11 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່