ວັນສຸກ ທີ 23 ຕຸລາ 2026ອັບເດດລ່າສຸດ 11:22ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງການ!  ຫ້າມນໍາເອົາໃບເງິນກີບໄປປະດິດເປັນຂອງທີ່ລະນຶກ, ພວງມະໄລ, ຊໍ່ດອກໄມ້ ເພື່ອວາງຂາຍ ຫລື ລົງໂຄສະນາຕາມສື່ອອນລາຍ

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ15 ຄັ້ງ
ແຈ້ງການ! ຫ້າມນໍາເອົາໃບເງິນກີບໄປປະດິດເປັນຂອງທີ່ລະນຶກ, ພວງມະໄລ, ຊໍ່ດອກໄມ້ ເພື່ອວາງຂາຍ ຫລື ລົງໂຄສະນາຕາມສື່ອອນລາຍ

ແຈ້ງການ!  ຫ້າມນໍາເອົາໃບເງິນກີບໄປປະດິດເປັນຂອງທີ່ລະນຶກ, ພວງມະໄລ, ຊໍ່ດອກໄມ້ ເພື່ອວາງຂາຍ ຫລື ລົງໂຄສະນາຕາມສື່ອອນລາຍ ຕາມແຈ້ງການດັ່ງລຸ່ມນີ້:

ວັນທີ 22 ຕຸລາ 2026, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 4084/ຫກ ເຖິງຫົວໜ້າພະແນກ ອຄ ແຂວງ, ນະຄອນຫຼວງ, ຫ້ອງການ ອຄ ເມືອງ, ເທສະບານ ແລະ ບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານ ແລະ ຜູ້ປະກອບການໃນຂອບເຂດທົ່ວປະເທດ ກ່ຽວກັບການຫ້າມປະດິດ, ວາງຂາຍ ແລະ ໂຄສະນາ ຜະລິດຕະພັນ ຫຼື ຂອງທີ່ລະນຶກ ທີ່ເຮັດດ້ວຍໃບເງິນກີບ (ທະນະບັດ). ການອອກແຈ້ງການຄັ້ງນີ້ ມີຂຶ້ນພາຍຫຼັງພົບເຫັນປະກົດການຫຍໍ້ທໍ້ໃນສັງຄົມ ທີ່ມີການນຳເອົາໃບເງິນກີບໄປປະດິດເປັນຕົ້ນກາລະພຶກ, ພວງມາໄລ, ຂັນໝາກເບັງ, ຊໍ່ດອກໄມ້ ແລະ ສິ່ງປະດິດອື່ນໆ ຫຼື ນຳເອົາໃບເງິນກີບໃໝ່ໄປວາງຂາຍເກີນມູນຄ່າໜ້າທະນະບັດ ເພື່ອຫວັງຜົນກຳໄລຕາມຫ້າງຮ້ານ ແລະ ໂຄສະນາຜ່ານສື່ສັງຄົມອອນລາຍຕ່າງໆ; ເຊິ່ງການກະທຳດັ່ງກ່າວ ສົ່ງຜົນໃຫ້ເກີດພາບພົດທີ່ບໍ່ເໝາະສົມ, ເຮັດໃຫ້ທະນະບັດຫຼຸດຄຸນນະພາບ ແລະ ແຕະຕ້ອງເຖິງຄຸນຄ່າ ລວມທັງກຽດສັກສີຂອງເງິນກີບ ທີ່ເປັນຫົວໜ່ວຍເງິນຕາແຫ່ງຊາດ.

ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລະບຽບກົດໝາຍໃນທົ່ວປະເທດ, ແຈ້ງການໄດ້ກຳນົດ 4 ມາດຕະການຫຼັກ ຄື: ຫ້າມເດັດຂາດບໍ່ໃຫ້ນຳເອົາຜະລິດຕະພັນ, ຂອງທີ່ລະນຶກ, ພວງມາໄລ, ຊໍ່ດອກໄມ້ ທີ່ເຮັດດ້ວຍໃບເງິນກີບ ໄປວາງຂາຍ ຫຼື ໂຄສະນາຕາມສື່ສັງຄົມອອນລາຍ; ຫ້າມນຳເອົາໃບເງິນກີບ (ໂດຍສະເພາະໃບເງິນໃໝ່) ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລເກີນມູນຄ່າທຸກຮູບແບບ; ພ້ອມທັງມອບໃຫ້ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ ຫ້ອງການ ອຄ ເມືອງ ເພີ່ມທະວີການແນະນຳ, ສຶກສາອົບຮົມ, ຕິດຕາມ ແລະ ກວດກາບັນດາຮ້ານຄ້າ ແລະ ຜູ້ປະກອບການຢ່າງໃກ້ຊິດ. ໃນກໍລະນີພົບເຫັນຜູ້ລະເມີດ ແມ່ນຈະດຳເນີນການສຶກສາອົບຮົມ, ກ່າວເຕືອນ ຫຼື ປະສານສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອນຳໃຊ້ມາດຕະການປັບໃໝ ແລະ ມາດຕະການອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍການຄຸ້ມຄອງທະນະບັດ ສະບັບເລກທີ 854/ລບ ຢ່າງເຂັ້ມງວດ ແລະ ເດັດຂາດ.

ທີ່ມາ: ກະຊວງອຸດສາຫະກຳ ແລະ ການຄ້າ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນສຸກ 23 ຕຸລາ 2026 · ຂຶ້ນ 12 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່