
ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ເນັ້ນຫລາຍບັນຫາ ຕໍ່ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ເອົາໃຈໃສ່ໃນຕໍ່ໜ້າ

ໃນໂອກາດທີ່ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມຄົບຄະນະ ປະຈຳປີ 2026 ຂອງກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ທີ່ໄດ້ຈັດຂຶ້ນໃນວັນທີ 22 ຕຸ ລາ 2026, ເປັນປະທານໂດຍ ພົຈວ ສຸລິໄຊ ພິຈິດ ກຳມະ ການສຳຮອງສູນກາງພັກ ປະທານກຳມາທິການ ປກຊ- ປກສ ສະພາແຫ່ງຊາດ,ມີຄະນະເລຂາທິການສູນກາງພັກ, ກຳມະການສົມບູນ-ສຳຮອງສູນກາງພັກ, ຄະນະກຳມາທິ ການ ປກຊ-ປກສ ສະພາແຫ່ງຊາດ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ສະພາບພາຍ ໃນປະເທດພວກເຮົາ,ສະຖຽນລະພາບທາງດ້ານການເມືອງຍັງສືບຕໍ່ມີຄວາມໝັ້ນທ່ຽງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແຕ່ເວລາດຽວກັນ ອິດທິກຳລັງປໍລະປັກຍັງສືບຕໍ່ດໍາເນີນກົນອຸບາຍມ້າງເພ ສປປ ລາວເຮົາ ດ້ວຍຍຸດທະ ສາດ ຫັນປ່ຽນໂດຍສັນຕິ, ນໍາໃຊ້ສື່ສັງຄົມອອນລາຍ ເພື່ອທັບຖົມແນວທາງ ນະໂຍບາຍຂອງພັກ, ສ້າງປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ, ປະກົດການເຄື່ອນ ໄຫວ ບໍ່ຖືກຕ້ອງ ຕາມບໍລິເວນຊາຍແດນ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ; ຕໍ່ໜ້າສະພາບການ ດັ່ງກ່າວ ຮຽກຮ້ອງໃຫ້ພວກເຮົາເພີ່ມທະວີສະຕິລະວັງຕົວຕໍ່ກົນອຸບາຍຂອງພວກເຂົາ, ຕັ້ງໜ້າກໍ່ສ້າງຖັນແຖວພະນັກງານຫຼັກແຫຼ່ງ ໃຫ້ມີຄຸນທາດການເມືອງໃນລະດັບທີ່ແນ່ນອນ ຈຶ່ງຈະສາມາດປະຕິບັດໜ້າທີ່ການເມືອງ ຕາມການມອບໝາຍ ໃຫ້ມີຜົນສໍາເລັດ.
ໃນຕໍ່ໜ້າ,ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຈະຕ້ອງເພີ່ມທະວີໃນການປະສານສົມທົບວຽກງານ ລະ ຫວ່າງ ກຳມາທິການ ແລະ ບັນດາກະຊວງ, ອົງການ ເພື່ອປຶກສາຫາລືວຽກງານ ຕ່າງໆໃນຂົງເຂດ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າ ເພື່ອມີຄວາມເອກະພາບ ໃນການນໍາເອົາບັນຫາສໍາຄັນຕ່າງໆເຂົ້າມາພິຈາລະນາຢູ່ກອງປະຊຸມສະພາແຫ່ງຊາດ ແລະກອງປະຊຸມຄະນະປະຈຳສະພາແຫ່ງ ຊາດ ໃຫ້ຮັບປະກັນຄຸນນະພາບ ແລະ ທັນຕາມກຳນົດເວ ລາ; ເພີ່ມທະວີ ໃນການຕິດຕາມກວດກາ ການປະຕິບັດກົດໝາຍ ຫຼື ການປະຕິບັດໜ້າທີ່ການເມືອງຂອງ ກໍາລັງ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າ ຕິດພັນກັບການລົງຕິດຕາມກວດກາ ຢູ່ບັນດາກົມ ກອງ, ທ້ອງຖິ່ນໃຫ້ແທດຕົວຈິງ; ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ, ຍົກສູງຂີດຄວາມສາມາດໃນການປະຕິບັດ ໜ້າທີ່ວຽກງານໃຫ້ມີຄຸນນະພາບ, ເສີມຂະຫຍາຍສາຍພົວພັນຮ່ວມມືກັບສະພາປະຊາຊົນແຂວງຂອງ ບັນດາປະເທດທີ່ມີຊາຍແດນຕິດຈອດ ໂດຍສະເພາະແມ່ນແຂວງປະເທດທີ່ເປັນເພື່ອນມິດຍຸດທະສາດ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນແລະກັນ ທາງດ້ານວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ ແນໃສ່ຍົກສູງບົດບາດ ການເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີຄຸນນະພາບ ສູງຂຶ້ນກວ່າເກົ່າ.
ທ່ານ ສອນໄຊ ສີພັນດອນ ກ່າວເນັ້ນອີກວ່າ: ສໍາລັບກຳມະການສັງກັດກຳມາທິການ ປະຈຳເຂດເລືອກຕັ້ງ ໃຫ້ເອົາໃຈໃສ່ປະສານສົມ ທົບກັບສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນແຂວງ, 2 ກອງບັນຊາການ ( ປກຊ, ປກສ ), ສະຫະພັນນັກຮົບເກົ່າຂອງແຂວງ ເພື່ອຈັດຕັ້ງປະຕິບັດພາລະບົດບາດ ເປັນເສນາທິການໃຫ້ກຳມາທິການ ປກຊ-ປກສ ແລະ ຄະ ນະປະຈຳສະພາແຫ່ງຊາດ ທາງດ້ານວຽກງານປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ ຢູ່ຂັ້ນທ້ອງຖິ່ນຕົນ ໃຫ້ໄດ້ຮັບໝາກຜົນ.
ພ້ອມນີ້, ກໍເອົາໃຈໃສ່ປະກອບສ່ວນໃນການເຄື່ອນໄຫວວຽກງານຕ່າງໆ ຂອງທ້ອງຖິ່ນ ຕາມພາລະບົດບາດ, ສິດແລະ ໜ້າທີ່ ທີ່ໄດ້ກຳ ນົດ;ການສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກ ເສນາທິການຊ່ວຍວຽກໃຫ້ແກ່ຕົນ ແລະ ຂັ້ນແຂວງ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຕ່າງໆ ມີປະສິດທິ ພາບປະສິດທິຜົນ.
ພາບ-ຂ່າວ: ສິດທິພັນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





