
ສີສັນໃໝ່ໆ! ຍີ່ປຸ່ນຄິດໄອເດຍສຸດວ້າວ! ໃຊ້ແບ້ 2 ໂຕ ປະຈຳການຢູ່ສະຖານີລົດໄຟໂຕກຽວ ໃນຕຳແໜ່ງຜູ້ຊ່ວຍເລັມຫຍ້າ

ສະຖານີລົດໄຟໂຢສຶຢະ ໃນກຸງໂຕກຽວ ປະເທດຍີ່ປຸ່ນ ມີພະນັກງານໃໝ່ເປັນແບ້ 2 ໂຕ ເຮັດໜ້າທີ່ຊ່ວຍກຳຈັດຫຍ້າ ແລະ ວັດຊະພືດທີ່ຂຶ້ນຮົກເຮື້ອຢູ່ພາຍໃນສະຖານີ ໂດຍມີແຜນໃຫ້ແບ້ທັງສອງຊ່ວຍວຽກໄປຈົນຮອດເດືອນທັນວາ ຫຼື ຈົນກວ່າຫຍ້າຈະໝົດ.

ພະນັກງານໃໝ່ 2 ໂຕທີ່ມີຮູບຮ່າງແປກຕານີ້ ກຳລັງໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍໃນຍີ່ປຸ່ນ ຫຼັງຈາກສະຖານີລົດໄຟໂຢສຶຢະ (Yotsuya) ທີ່ຕັ້ງຢູ່ໃຈກາງກຸງໂຕກຽວ ໄດ້ນຳແບ້ 2 ໂຕມາຊ່ວຍກຳຈັດຫຍ້າ ແລະ ວັດຊະພືດທີ່ຂຶ້ນຮົກເຮື້ອຢູ່ບໍລິເວນສະຖານີ ແທນການໃຊ້ເຄື່ອງຕັດຫຍ້າ.

ແບ້ທັງສອງໂຕມີຊື່ວ່າ “ນາງິ” ແລະ “ປົກເກະ” ໂດຍບໍລິສັດການລົດໄຟຍີ່ປຸ່ນຕາເວັນອອກ ຫຼື JR East ເປີດເຜີຍວ່າ ແບ້ທັງຄູ່ຖືກນຳມາປະຈຳການໃນຕົ້ນເດືອນຕຸລາທີ່ຜ່ານມາ ຫຼັງຈາກພະນັກງານສະຖານີສະເໜີແນວຄິດໃຫ້ນຳແບ້ມາຊ່ວຍຈັດການກັບຫຍ້າທີ່ຂຶ້ນຮົກເຮື້ອ.
ນັບຕັ້ງແຕ່ນັ້ນມາ ພະນັກງານສະຖານີຈຶ່ງມີໜ້າທີ່ເພີ່ມອີກຢ່າງໜຶ່ງ ຄືການຄອຍດູແລແບ້ທັງສອງໂຕ. ຂະນະທີ່ຜູ້ໂດຍສານ ແລະ ຜູ້ຄົນທີ່ສັນຈອນຜ່ານໄປມາຕ່າງກໍໃຫ້ຄວາມສົນໃຈ ພາກັນແວະຊົມ ແລະ ຖ່າຍຮູບ “ພະນັກງານສີ່ຂາ” ທີ່ກຳລັງກິນຫຍ້າກຳຈັດວັດຊະພືດຢ່າງເພີດເພີນ.
ມີລາຍງານວ່າ ທາງສະຖານີມີແຜນຈະລ້ຽງແບ້ທັງສອງໂຕໄວ້ຈົນຮອດເດືອນທັນວາ ຫຼື ຈົນກວ່າຫຍ້າໃນບໍລິເວນດັ່ງກ່າວຈະຖືກກິນຈົນໝົດ.

ແນວຄິດນີ້ກາຍເປັນອີກໜຶ່ງສີສັນໃໝ່ໃນກຸງໂຕກຽວ ທີ່ປ່ຽນການດູແລພື້ນທີ່ສີຂຽວໃຫ້ກາຍເປັນເລື່ອງໜ້າຮັກ ແລະ ສາມາດດຶງດູດຄວາມສົນໃຈຈາກຜູ້ຄົນໄດ້ຢ່າງບໍ່ທຳມະດາ.



ທີ່ມາ: Straits Times
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





