ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງຮ້ອຍປືນໃຫຍ່ໜ້າດິນ ກອງພັນໃຫຍ່302 ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້

ໂດຍ Pele
· 11 ເດືອນ ກ່ອນອ່ານ 1 ນາທີ72 ຄັ້ງ
ກອງຮ້ອຍປືນໃຫຍ່ໜ້າດິນ ກອງພັນໃຫຍ່302 ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ADadvertisement
ADadvertisement
ADadvertisement

ກອງຮ້ອຍປືນໃຫຍ່ໜ້າດິນ ກອງພັນໃຫຍ່302 ກອງພົນທີ 3 ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2025 ເມື່ອມໍ່ໆມານີ້ ຢູ່ແຂວງບໍ່ແກ້ວ.

ການຝຶກຊ້ອມຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ຂອງເຫຼົ່າຮົບວິຊາສະ ເພາະປືນໃຫຍ່ ໜ້າດິນໃນຄັ້ງນີ້ ກໍ່ເພື່ອປະຕິບັດຕາມ ແຜນການອົບຮົມປະຈໍາປີ 2025 ຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່302, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຊໍານິຊໍານານກຳໄດ້ບັນດາ ທິດສະດີຫຼັກການ ທາງດ້ານສິນລະປະຍຸດ-ຍຸດທະວິທີ ແລະ ທັງເປັນການຝຶກ ໃຫ້ພະນັກງານ-ນັກຮົບຮູ້ໄດ້  ເຖິງສະມັດຖະພາບ ການນຳໃຊ້ປືນ ແລະ ການບັນຊາແຕ່ລະຂັ້ນຕອນ ຂອງວິຊາສະເພາະຂອງຕົນ. ທັງນີ້ກໍ່ເພື່ອເປັນການປັບປຸງ ກໍ່ສ້າງກໍາລັງໃນຖັນແຖວກອງທັບ ກໍ່ຄືເຫຼົ່າຮົບວິຊາສະເພາະປືນໃຫຍ່ໜ້າດິນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີແບບແຜນໃນການສູ້ຮົບ ທີ່ທັນສະໄໝ, ກຽມພ້ອມເຮັດ   ສຳເລັດໜ້າທີ່ໆການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ ໃນ ການອົບຮົມ-ຫັດແອບຍິງລູກປືນແທ້ຄັ້ງນີ້ ແມ່ນນໍາໃຊ້ປືນ ຄົກ 120 ມມ, ໄລຍະຍິງ 450 – 5.500 ແມັດ.

ຜ່ານການຫັດແອບປະຕິບັດຕົວຈິງຍິງລູກປືນແທ້ເຫັນໄດ້ວ່າ ມີຜົນສໍາເລັດສາມາດບັນລຸໄດ້ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້, ຮັບປະກັນຄວາມປອດໄພ100%.

ທີ່ມາ: ໜັງສືພິມແຂວງບໍ່ແກ້ວ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 72 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່