ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄຊກລ ຮ່ວມກັບອໍານາດການປົກຄອງແຂວງສະຫວັນນະເຂດ ທໍາລາຍລະເບີດ ໂບມໃຫ່ຍ 500 ປອນ ທີ່ຖືກພົບເຫັນ ຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ

ໂດຍ Pele
· 11 ເດືອນ ກ່ອນອ່ານ 1 ນາທີ59 ຄັ້ງ
ຄຊກລ ຮ່ວມກັບອໍານາດການປົກຄອງແຂວງສະຫວັນນະເຂດ ທໍາລາຍລະເບີດ ໂບມໃຫ່ຍ 500 ປອນ ທີ່ຖືກພົບເຫັນ ຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ
ADadvertisement
ADadvertisement
ADadvertisement

ວັນທີ 24 ທັນວາ 2025, ທີ່ ເມືອງນອງ, ແຂວງສະຫວັນນະເຂດ – ຫ້ອງການຄະນະກໍາມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ເເລະ ອໍານາດການປົກຄອງແຂວງສະຫວັນນະເຂດ ໄດ້ຈັດການທໍາລາຍລະເບີດບໍ່ທັນແຕກ (ລບຕ) ໂບມໃຫ່ຍ ຂະໜາດໃຫຍ່ ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີປະຊາຊົນພົບເຫັນຢູ່, ເມືອງນອງ, ແຂວງສະຫວັນນະເຂດ ເມື່ອວັນທີ 05 ທັນວາ 2025 ຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ ໄດ້ຢ່າງສໍາເລັດຜົນ ແລະ ປອດໄພ.

ຄຊກລ ຮ່ວມກັບອໍານາດການປົກຄອງແຂວງສະຫວັນນະເຂດ ທໍາລາຍລະເບີດ ໂບມໃຫ່ຍ 500 ປອນ ທີ່ຖືກພົບເຫັນ ຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ

ການທໍາລາຍລະເບີດໂບມໃຫ່ຍຄັ້ງນີ້ແມ່ນໄດ້ຊ່ວຍລົບລ້າງໄພຂົ່ມຂູ່ຢ່າງມີປະສິດທິຜົນ, ເຮັດໃຫ້ພື້ນທີ່ດັ່ງກ່າວມີຄວາມປອດໄພສໍາລັບການນໍາໃຊ້ໃນການກະສິກໍາ ແລະ ການພັດທະນາໂຄງລ່າງພື້ນຖານຂອງຊຸມຊົນ.

ຄຊກລ ຮ່ວມກັບອໍານາດການປົກຄອງແຂວງສະຫວັນນະເຂດ ທໍາລາຍລະເບີດ ໂບມໃຫ່ຍ 500 ປອນ ທີ່ຖືກພົບເຫັນ ຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ · ຮູບທີ 2

ອໍານາດການປົກຄອງແຂວງສະຫວັນນະເຂດໄດ້ກ່າວວ່າ: “ການລາຍງານຢ່າງວ່ອງໄວຂອງປະຊາຊົນ ແລະ ການປະສານງານທີ່ວ່ອງໄວ ລະຫວ່າງ ທ້ອງຖິ່ນ ກັບ ສູນກາງ ແມ່ນມີຄວາມສໍາຄັນຢ່າງຍິ່ງໃນການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຈາກ ລບຕ ທີ່ອາດຈະເກີດຂຶ້ນ ທັງເປັນບາດກ້າວທີ່ສໍາຄັນໄປສູ່ການບັນລຸເປົ້າໝາຍແຫ່ງຊາດໃນການເກັບກູ້ ລບຕ ແລະ ປົດປ່ອຍທີ່ດິນໃຫ້ຖືກນໍາໃຊ້ຢ່າງມີປະສິດ ທິພາບ, ເຊິ່ງຈະປະກອບສ່ວນຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ຄຊກລ ຮ່ວມກັບອໍານາດການປົກຄອງແຂວງສະຫວັນນະເຂດ ທໍາລາຍລະເບີດ ໂບມໃຫ່ຍ 500 ປອນ ທີ່ຖືກພົບເຫັນ ຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ · ຮູບທີ 3

ທີ່ມາ: ຂ່າວສານ ຫ້ອງການ ຄຊກລ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 59 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່