ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈີນ ເຜີຍແຜ່ພາບຄວບຄຸມຕົວ ເສີນ ຈື້ ຫົວໜ້າຂະບວນການອາຊະຍາກຳຂ້າມຊາດ ກັບປະເທດຈີນ

ໂດຍ Pele
· 10 ເດືອນ ກ່ອນອ່ານ 1 ນາທີ63 ຄັ້ງ
ຈີນ ເຜີຍແຜ່ພາບຄວບຄຸມຕົວ ເສີນ ຈື້ ຫົວໜ້າຂະບວນການອາຊະຍາກຳຂ້າມຊາດ ກັບປະເທດຈີນ
ADadvertisement
ADadvertisement
ADadvertisement

ວັນທີ 8 ມັງກອນ 2026 ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນ ໄດ້ສົ່ງຂະນະເຮັດວຽກໄຜຄວບຄຸມຕົວ ເສີນ ຈື້ (ສັນຊາດຈີນ) ຫົວໜ້າຂະບວນການອາຊະຍາກຳຂ້າມຊາດກ່ຽວກັບການພະນັນ ແລະ ສໍ້ໂກງ ຢູ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ກັບປະເທດຈີນ ໂດຍໄດ້ຮັບການສະໜັບໜູນ ແລະ ປະສານງານຈາກໜ່ວຍງານກຳປູເຈຍ ເປັນອີກໜຶ່ງຄວາມສຳເລັດສຳຄັນຂອງຄວາມຮ່ວມມືຈີນ-ກຳປູເຈຍ.

ຈີນ ເຜີຍແຜ່ພາບຄວບຄຸມຕົວ ເສີນ ຈື້ ຫົວໜ້າຂະບວນການອາຊະຍາກຳຂ້າມຊາດ ກັບປະເທດຈີນ

ຈາກການສອບສວນພົບວ່າ ເຄືອຂ່າຍຂອງ ເສີນ ຈື້ ຖືກສົງໃສວ່າເຮັດຜິດກົດໝາຍຫລາຍຢ່າງ ເຊັ່ນ: ເປີດໂຄສິໂນ, ສໍ້ໂກງ, ດຳເນີນທຸລະກິດຜິດກົດໝາຍ ແລະ ປິດບັງລາຍໄດ້ຈາກອາຊະຍາກຳ ທີ່ກ່ຽວພັນກັບເງິນຫລາຍຕື້ໂດລາສະຫະລັດ. ປັດຈຸບັນ ເສີນ ຈື້ ຖືກດຳເນີນມາດຕະການຕາມກົດໝາຍແລ້ວ ແລະ ຄະດີກຳລັງຢູ່ລະຫວ່າງການສືບສວນເພີ່ມຕື່ມ.

ຈີນ ເຜີຍແຜ່ພາບຄວບຄຸມຕົວ ເສີນ ຈື້ ຫົວໜ້າຂະບວນການອາຊະຍາກຳຂ້າມຊາດ ກັບປະເທດຈີນ · ຮູບທີ 2

ເຈົ້າໜ້າທີ່ ກະຊວງຄວາມໝັ້ນຄົງສາທາລະນະຈີນ ລະບຸວ່າ: ຈະປະກາດໝາຍຈັບກຸ່ມແກນນຳຂອງເຄື່ອງຂ່າຍ ເສີນ ຈື້ ຊຸດທຳອິດໃນໄວໆນີ້ ເພື່ອໄລ່ລ່າຜູ້ຫລົບໜີມາດຳເນີນຄະດີ ພ້ອມເຕືອນຜູ້ກະທຳຜິດໃຫ້ຄຳນຶງເຖິງສະຖານະການ ຍຸຕິທຳ ແລະ ເຂົ້າມາມອບຕົວໂດຍໄວ ເພື່ອຮັບການພິຈາຫລຸດຜ່ອນໂທດຕາມກົດໝາຍ.

ຈີນ ເຜີຍແຜ່ພາບຄວບຄຸມຕົວ ເສີນ ຈື້ ຫົວໜ້າຂະບວນການອາຊະຍາກຳຂ້າມຊາດ ກັບປະເທດຈີນ · ຮູບທີ 3

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 63 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່