ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ

ໂດຍ Pele
· 10 ເດືອນ ກ່ອນອ່ານ 1 ນາທີ58 ຄັ້ງ
ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ
ADadvertisement
ADadvertisement
ADadvertisement

ໃນວັນທີ 7 ມັງກອນ 2026 ໄດ້ມີລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານຫ້ວຍແປນ ເມືອງປາກອູ ແຂວງຫຼວງພະບາງ ເຊິ່ງເຈົ້າຂອງທີ່ດິນໄດ້ຈ້າງລົດຈົກດິນມາຂຸດດິນສໍາລັບກະກຽມພື້ນທີ່ປຸກສ້າງເຮືອນ, ໃນລະຫວ່າງການຂຸດຈົກດິນ ຄົນຂັບລົດໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ແລະ ໄດ້ແຈ້ງໃຫ້ເຈົ້າຂອງທີ່ດິນຮັບຊາບ ເຊິ່ງເຈົ້າຂອງທີ່ດິນ ກໍ່ໄດ້ລາຍງານມາຍັງຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ເພື່ອໃຫ້ສົ່ງພະນັກງານວິຊາການມາຊ່ວຍເຄື່ອນຍ້າຍລະເບີດດັ່ງກ່າວອອກຈາກເຂດພື້ນທີ່ກໍ່ສ້າງ.

ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ

ພະນັກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ໄດ້ລົງກວດກາ ແລະ ພິສູດລະເບີດຕາມເຕັກນິກວິຊາການໃຫ້ຮູ້ວ່າ ລະເບີດດັ່ງກ່າວແມ່ນລະເບີດໃຫຍ່ ປະເພດ MK81 ນໍ້າໜັກ 250 ປອນ (113 ກິໂລກຣາມ) ແລະ ໄດ້ເຄື່ອນຍ້າຍລະເບີດໄປສະໜາມທໍາລາຍສະເພາະ ຢູ່ ເມືອງ ນໍ້າບາກ ເປັນທີ່ຮຽບຮ້ອຍແລ້ວ.

ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ · ຮູບທີ 2

ຂ່າວ: UXO

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່