ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັບເດດເຫດການເຄນກໍ່ສ້າງທັບລົດໄຟ ຢູ່ປະເທດໄທ ມີຜູ້ເສຍຊີວິດເພີ່ມເປັນ 32 ຄົນ ແລະ ບາດເຈັບ 67 ຄົນ.

ໂດຍ Jenjila
· 10 ເດືອນ ກ່ອນອ່ານ 1 ນາທີ57 ຄັ້ງ
ອັບເດດເຫດການເຄນກໍ່ສ້າງທັບລົດໄຟ ຢູ່ປະເທດໄທ ມີຜູ້ເສຍຊີວິດເພີ່ມເປັນ 32 ຄົນ ແລະ ບາດເຈັບ 67 ຄົນ.
ADadvertisement
ADadvertisement
ADadvertisement
ອັບເດດເຫດການເຄນກໍ່ສ້າງທັບລົດໄຟ ຢູ່ປະເທດໄທ ມີຜູ້ເສຍຊີວິດເພີ່ມເປັນ 32 ຄົນ ແລະ ບາດເຈັບ 67 ຄົນ.

ສໍານັກຂ່າວຊ່ອງ3 ຂອງໄທລາຍງານວ່າ: ຈາກກໍລະນີເຄນກໍ່ສ້າງໂຄງການລົດໄຟຄວາມໄວສູງ ຕົກທັບລົດໄຟດ່ວນພິເສດ ຂະບວນທີ 21 ເສັ້ນທາງ ກຸງເທບ ອະພິວັດ – ອຸບົນລາຊະທານີ ເຊິ່ງເຫດເກີດຢູ່ເຂດພື້ນທີ່ ອໍາເພີສີຄິ້ວ, ຈັງຫວັດນະຄອນລາຊະສີມາ ໃນຊ່ວງເຊົ້າຂອງວັນທີ 14 ມັງກອນ 2026 ທີ່ຜ່ານມາ.

ອັບເດດເຫດການເຄນກໍ່ສ້າງທັບລົດໄຟ ຢູ່ປະເທດໄທ ມີຜູ້ເສຍຊີວິດເພີ່ມເປັນ 32 ຄົນ ແລະ ບາດເຈັບ 67 ຄົນ. · ຮູບທີ 2

ທ່ານ ອະນຸພົງ ສຸກສົມນິດ ຜູ້ວ່າລາຊະການນະຄອນລາຊະສີມາ ພ້ອມດ້ວຍ ທ່ານ ອະນັນ ໂພນິ່ມແດງ ຮັກສາການຜູ້ວ່າການລົດໄຟ ແຫ່ງປະເທດໄທ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັນຖະແຫລງຂ່າວ ໂດຍໄດ້ສະຫລຸບພາບລວມຂອງເຫດການທີ່ເກີດຂຶ້ນວ່າ: ລົດໄຟຂະບວນດັ່ງກ່າວມີຜູ້ໂດຍສານເດີນທາງມາຈາກ ກຸງເທບ ທັງໝົດ 208 ຄົນ, ໃນນັ້ນ ໄດ້ລົງລະຫວ່າງທາງກ່ອນຈະຮອດຈຸດເກີດເຫດ 37 ຄົນ, ເຮັດໃຫ້ເຫລືອຜູ້ໂດຍສານຢູ່ໃນຂະບວນແທ້ 171 ຄົນ.

ຈາກເຫດການທີ່ເກີດຂຶ້ນ ສາມາດສະຫລຸບຕົວເລກຜູ້ປະສົບໄພ ຄື: ຜູ້ເສຍຊີວິດ 32 ຄົນ, ຜູ້ບາດເຈັບ: 67 ຄົນ ແລະ ຢູ່ລະຫວ່າງການຄົ້ນຫາ 3 ຄົນ, ຜູ້ທີ່ບໍ່ໄດ້ຮັບບາດເຈັບ 70 ຄົນ.

ອັບເດດເຫດການເຄນກໍ່ສ້າງທັບລົດໄຟ ຢູ່ປະເທດໄທ ມີຜູ້ເສຍຊີວິດເພີ່ມເປັນ 32 ຄົນ ແລະ ບາດເຈັບ 67 ຄົນ. · ຮູບທີ 3
ອັບເດດເຫດການເຄນກໍ່ສ້າງທັບລົດໄຟ ຢູ່ປະເທດໄທ ມີຜູ້ເສຍຊີວິດເພີ່ມເປັນ 32 ຄົນ ແລະ ບາດເຈັບ 67 ຄົນ. · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 57 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່