ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປປ ລາວ ຜັກດັນການປະຕິຮູບການຄຸ້ມຄອງໜີ້ສິນສາທາລະນະ

ໂດຍ Jenjila
· 12 ເດືອນ ກ່ອນອ່ານ 2 ນາທີ48 ຄັ້ງ
ສປປ ລາວ ຜັກດັນການປະຕິຮູບການຄຸ້ມຄອງໜີ້ສິນສາທາລະນະ
ADadvertisement
ADadvertisement
ADadvertisement
ສປປ ລາວ ຜັກດັນການປະຕິຮູບການຄຸ້ມຄອງໜີ້ສິນສາທາລະນະ

ຂປລ. ກະຊວງການເງິນ ຮ່ວມກັບທະນາຄານພັດທະນາອາຊີ (ADB), ກອງທຶນການເງິນສາ ກົນ (IMF) ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມລະດັບສູງວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາ ລະນະ ຄັ້ງທີ 2 ໃນວັນທີ 25 ພະຈິກ 2025 ຢູ່ນະຄອນຫລວງວຽງຈັນ ແນໃສ່ຜັນຂະຫຍາຍຍຸດທະສາດ ທີ່ເພີ່ມທະວີຄວາມເຂັ້ມແຂງດ້ານປະສິດທະພາບ, ຄວາມໂປ່ງໃສ ແລະ ຄວາມຍືນຍົງໃນໄລຍະຍາວ ຂອງການຄຸ້ມຄອງໜີ້ສິນສາທາລະນະຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີຜູ້ຕາງໜ້າຈາກພາກລັດ, ຄູ່ຮ່ວມພັດທະນາສາກົນ ແລະ ຊ່ຽວຊານຈາກທົ່ວພາກພື້ນ ເຂົ້າຮ່ວມເພື່ອປະເມີນຄວາມຄືບໜ້າ ແລະ ກຳນົດການດຳເນີນຂັ້ນຕອນຕໍ່ໄປ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນ ແລະ ການບໍລິຫານຄວາມສ່ຽງດ້ານງົບປະມານຢູ່ ສປປ ລາວ.

ສປປ ລາວ ຜັກດັນການປະຕິຮູບການຄຸ້ມຄອງໜີ້ສິນສາທາລະນະ · ຮູບທີ 2

ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ລັດຖະບານຂອງພວກເຮົາມີຄວາມເອົາໃຈໃສ່ຊຸກຍູ້ການປະຕິຮູບ ທີ່ຈະຟື້ນຟູສະຖຽນລະພາບຂອງເສດຖະກິດມະ ຫາພາກ, ສ້າງຄວາມເຂັ້ມແຂງທາງດ້ານການເງິນພາກລັດ ແລະ ຮັບປະກັນການຄຸ້ມຄອງໜີ້ສິນໃຫ້ມີຄວາມໂປ່ງໃສ ແລະ ຍືນຍົງສຳລັບ ສປປ ລາວ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ກ່າວເນັ້ນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ຕໍ່ 3 ບຸລິມະສິດທີ່ສໍາຄັນຄື: ການຄຸ້ມຄອງໜີ້ສິນສາທາລະນະ ໃຫ້ເຂັ້ມ ແຂງ, ການເພີ່ມທະວີການບໍລິຫານການເງິນພາກລັດ ແລະ ການປະເມີນຄວາມສ່ຽງດ້ານງົບປະມານ, ພ້ອມທັງ ການຈັດການຄວາມສ່ຽງທາງການເງິນຂອງລັດວິສາຫະກິດ ແລະ ໜີ້ສິນສໍາຮອງ.

ສປປ ລາວ ຜັກດັນການປະຕິຮູບການຄຸ້ມຄອງໜີ້ສິນສາທາລະນະ · ຮູບທີ 3

ທ່ານ ປຣະວິດ ຣາມາຈັນດຣານ ຮອງຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ຂອງ ADB ໄດ້ໃຫ້ຮູ້ວ່າ: ກະຊວງການເງິນ ມີຄວາມຄືບໜ້າຢ່າງພົ້ນເດັ່ນໃນການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງໜີ້ສິນ, ການສົ່ງເສີມຄວາມໂປ່ງໃສ ແລະ ການປັບປຸງຂອບນິຕິກຳ ໂດຍຜ່ານກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ. ຄວາມພະຍາຍາມເຫລົ່ານີ້, ມີຄວາມສຳຄັນຢ່າງຍິ່ງຕໍ່ການສ້າງລະບົບການຄຸ້ມຄອງໜີ້ສິນໃຫ້ສາມາດຮອງຮັບກັບສະພາບການປ່ຽນແປງ ແລະ ໂປ່ງໃສເພີ່ມຂຶ້ນ. ADB ຢືນຢັນເຖິງການສະໜັບສະໜູນຂອງຕົນຕໍ່ ສປປ ລາວ ເພື່ອຄວາມກ້າວໜ້າຂອງການປະຕິບັດງານດ້ານໜີ້ສິນໃຫ້ມີຄວາມຍືນຍົງ”.

ສປປ ລາວ ຜັກດັນການປະຕິຮູບການຄຸ້ມຄອງໜີ້ສິນສາທາລະນະ · ຮູບທີ 4

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບ ເຕັກນິກການປະເມີນຄວາມສ່ຽງທາງດ້ານການງົບປະມານ ແລະ ວິທີການຄຸ້ມຄອງໜີ້ສິນສໍາຮອງ ໂດຍເນັ້ນໃສ່ບັນຫາທີ່ຕິດພັນກັບລັດວິສາຫະກິດ, ຜູ້ຊ່ຽວຊານຈາກພາກພື້ນໄດ້ແບ່ງປັນປະສົບການຕົວຈິງ ແລະ ແນວທາງການປະຕິບັດທີ່ດີທີ່ສຸດຢ່າງມີຫົວຄິດປະ ດິດສ້າງ ໂດຍເນັ້ນເຖິງຄວາມສໍາຄັນຂອງການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຊ່ຽວ ຊານ ແລະ ການເພີ່ມທະວີການປະສານງານຮ່ວມກັນ ເພື່ອຫລຸດຜ່ອນຄວາມສ່ຽງທາງດ້ານງົບປະມານທີ່ຫຍຸ້ງຍາກ.

ສປປ ລາວ ຜັກດັນການປະຕິຮູບການຄຸ້ມຄອງໜີ້ສິນສາທາລະນະ · ຮູບທີ 5

ຂ່າວ: ສົມຫວັງ

ພາບ: ຂັນໄຊ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່