MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຸ່ມບໍລິສັດໂຊກໄຊ ມອບເງິນ 9,999,999,999 ກີບ ໃຫ້ອົງການປົກຄອງແຂວງສາລະວັນ ນໍາໃຊ້ເຂົ້າໃນການສືບຕໍ່ສ້າງຂົວຂ້າມນ້ຳເຊໂດນ

ກຸ່ມບໍລິສັດໂຊກໄຊ ມອບເງິນ 9,999,999,999 ກີບ ໃຫ້ອົງການປົກຄອງແຂວງສາລະວັນ ນໍາໃຊ້ເຂົ້າໃນການສືບຕໍ່ສ້າງຂົວຂ້າມນ້ຳເຊໂດນ

Jenjila
ເຜີຍແຜ່: 22 January 2026, 16:46
ປັບປຸງຫຼ້າສຸດ: 22 January 2026, 16:46
ອ່ານ 66 ຄັ້ງ
ກຸ່ມບໍລິສັດໂຊກໄຊ ມອບເງິນ 9,999,999,999 ກີບ ໃຫ້ອົງການປົກຄອງແຂວງສາລະວັນ ນໍາໃຊ້ເຂົ້າໃນການສືບຕໍ່ສ້າງຂົວຂ້າມນ້ຳເຊໂດນ

ໃນວັນທີ 19 ມັງກອນ 2026,​ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,​ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ​ ໄດ້ມອບເງິນຈໍານວນ 9,999,999,999 ກີບ (ເກົ້າຕື້ເກົ້າຮ້ອຍເກົ້າສິບເກົ້າລ້ານເກົ້າແສນເກົ້າສິບເກົ້າພັນເກົ້າຮ້ອຍເກົ້າສິບເກົ້າກີບ)​ ໃຫ້ອົງການປົກຄອງແຂວງສາລະວັນຕາງໜ້າຮັບໂດຍທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ ແລະ​ ໃຫ້ກຽດເປັນສັກຂີພະຍານໂດຍທ່ານ ສອນໄຊ​ ສີພັນດອນ ນາຍົກລັດຖະມົນຕີ​, ມີທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ​ ແລະ​ ຂົນສົ່ງ,​ ຮອງລັດຖະມົນຕີ ກະຊວງ ການເງິນ​ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ສໍາລັບ ທຶນດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນການສືບຕໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງ ຄົງເຊໂດນ,​ ແຂວງ ສາລະວັນ.​ ຊຶ່ງເປັນຂົວທີ່ສໍາຄັນໃນການເຊື່ອມຕໍ່ລະຫວ່າງ​ ເມືອງເລົາງາມ ແລະ​ ເມືອງຄົງເຊໂດນ ກໍຄື ແຂວງສາລະວັນ​ ແລະ​ ແຂວງ ເຊກອງ ຊຶ່ງຈະຊ່ວຍອໍານວຍຄວາມສະດວກໃນການເດີນທາງໄປ-ມາໃຫ້ແກ່ສັງຄົມ ກໍຄື​ ປະຊາຊົນ, ອີກທັງ ຊ່ວຍປະຢັດເວລາໃນການເດີນທາງ. ອັນສໍາຄັນ ແມ່ນຈະເປັນການຊຸກຍູ້ການສົ່ງເສີມເສດຖະກິດຂອງປະຊາຊົນໃນທ້ອງຖິ່ນອີກດ້ວຍ.

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ