ວັນພະຫັດ ທີ 19 ພະຈິກ 2026ອັບເດດລ່າສຸດ 21:39ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ

ໂດຍ Jenjila
· 10 ເດືອນ ກ່ອນອ່ານ 5 ນາທີ55 ຄັ້ງ
ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ
ADadvertisement
ADadvertisement
ADadvertisement
ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ

ວັນທີ 23 ມັງກອນ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2025; ມີ ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ, ກຳ ມາທິການວັດທະນະທຳສັງຄົມ ສະພາແຫ່ງຊາດ, ພະນັກ ງານຫຼັກແຫຼ່ງ ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ພ້ອມດ້ວຍຜູ້ຕາງໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ · ຮູບທີ 2

ໂອກາດນີ້, ທ່ານລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດການສັງຄົມ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນກອງປະຊຸມຄັ້ງນີ້ ແມ່ນໄດ້ດໍາເນີນໄປດ້ວຍຄວາມຮັບຜິດ ຊອບສູງ ໄດ້ພ້ອມກັນຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ໄດ້ຄົ້ນຄວ້າກໍານົດມາດຕະການ ແລະ ວິທີແກ້ໄຂ ໃນການຈັດຕັ້ງບັນດາຕົວເລກຄາດໝາຍສູ້ຊົນ ໃນຕໍ່ໜ້າ. ສຳລັບຜົນງານອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ປະ ຈຳປີ 2025; ວຽກແຮງງານ ໄດ້ເອົາໃຈໃສ່ປະສານສົມທົບກັບສະຖານພັດທະນາສີມືແຮງງານຕ່າງໆ ພັດທະນາສີມືແຮງງານ ທີ່ຈະເຂົ້າສູ່ຕໍາແໜ່ງງານໃໝ່ ໄດ້ 210.182 ຄົນ, ຍິງ 98.032 ຄົນ, ລື່ນແຜນການປີ (80.000 ຄົນ); ສົມທົບຫົວໜ່ວຍແຮງງານ ເຮັດການທົດສອບສີມືແຮງງານ ຕາມມາດຕະຖານສີມືແຮງງານ ແລະ ສາຂາອາຊີບ ໃນລະດັບຕ່າງໆ ຢູ່ຫົວໜ່ວຍແຮງງານ ໄດ້ 498 ຄົນ ຍິງ 177 ຄົນ. ພ້ອມນີ້, ຍັງໄດ້ປັບປຸງຫຼັກສູດການຮຽນ, ການຝຶກຕົວຈິງ, ສ້າງຄູຝຶກ, ຄູທົດສອບ, ພັດທະນາ-ປັບປຸງ, ສ້າງໂຄງລ່າງພື້ນຖານ, ສະໜອງພາຫະນະ ແລະ ອຸປະກອນ ໃຫ້ແກ່ບັນດາສູນພັດທະນາສີມືແຮງງານ; ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໂດຍການປັບປຸງກົນໄກການເຮັດວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ຄະນະກໍາມະການ ແລະ ກອງເລຂາຄະນະກໍາມະການແຮງງານແຫ່ງຊາດ; ໃຫ້ຄໍາປຶກສາທາງດ້ານກົດ ໝາຍ ວ່າດ້ວຍແຮງງານ ແລະ ລະບຽບການຄຸ້ມຄອງແຮງ ງານລາວ,ຊຸກຍູ້ຫົວໜ່ວຍແຮງງານ ໃຫ້ມີກົດລະບຽບພາຍ ໃນ, ມີສັນຍາແຮງງານ, ປັບປຸງສະພາບແວດລ້ອມ ແລະ ເງື່ອນໄຂຂອງການເຮັດວຽກ; ວຽກສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຕັ້ງໜ້າຂະຫຍາຍອັດຕາການປົກຄຸມປະກັນສັງຄົມໃນພາກທຸລະກິດ ແລະ ຜູ້ສະໝັກໃຈ, ປັດຈຸບັນມີຫົວໜ່ວຍວິສາຫະກິດທີ່ຈ່າຍເງິນສົມທົບທັງໝົດ 6.000 ຫົວໜ່ວຍ, ມີຜູ້ປະກັນຕົນທີ່ຂຶ້ນທະບຽນ ແລະ ຈ່າຍເງິນສົມທົບ 395.375 ຄົນ ຍິງ 191.095 ຄົນ, ເຊິ່ງກວມເອົາຜູ້ເກີດສິດ ແລະ ສະມາຊິກຄອບຄົວ ທີ່ໄດ້ຮັບການຄຸ້ມ ຄອງປິ່ນປົວສຸຂະພາບຈາກລະບົບປະກັນສັງຄົມ 921.220 ຄົນ ຍິງ 461.500 ຄົນ; ກວມປະມານ 13,6 % ຂອງພົນ ລະເມືອງທັງໝົດ ເຊິ່ງເຫັນວ່າຜູ້ປະກັນຕົນສະໝັກໃຈ ໄດ້ເຂົ້າຮ່ວມລະບົບປະກັນສັງຄົມເພີ່ມຂຶ້ນລື່ນໃນຕົວເລກກ້າວກະໂດດ; ວຽກຄຸ້ມຄອງບໍລິຫານ ຕັ້ງໜ້າປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກແຮງ ງານ ແລະ ສະຫວັດດີການສັງຄົມ ໄດ້ເປັນປົກກະຕິ; ສຳ ເລັດການຄົ້ນຄວ້າ ແລະ ວາງແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ (2026-2030); ໄດ້ແຈ້ງໃຫ້ນະຄອນຫຼວງ ແລະ ບັນດາແຂວງ ພ້ອມກັນລົງເລິກຄົ້ນຄວ້າເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃນຂັ້ນຂອງຕົນ, ໄດ້ພະຍາຍາມຮ່ວມກັບຂະແໜງການທີ່ກ່ຽວຂ້ອງຫັນເປັນທັນສະໄໝໃນການຄຸ້ມຄອງ ແລະ ດໍາເນີນການກວດກາການຈັດຕັ້ງປະຕິບັດແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ຢ່າງເປັນປົກກະຕິ.

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ · ຮູບທີ 3

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ ລົມ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງແຮງງານ ແລະ ສະຫວັດດີການສັງ ຄົມ ສາມາດປະຕິບັດໄດ້ໃນປີຜ່ານມາ; ອັນສຳຄັນ,ທ່ານນາ ຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເອົາໃຈໃສ່ໃນຕໍ່ໜ້າຕື່ມ ບາງດ້ານ ເປັນຕົ້ນ ເອົາໃຈໃສ່ພັດທະນາສີມືແຮງງານ ໃຫ້ກຳລັງແຮງງານລາວໄດ້ຄຸນນະພາບ, ສາມາດຕອບສະໜອງ ຕາມຄວາມຕ້ອງການຂອງຕະຫຼາດ ທັງພາຍໃນ ແລະ ຕ່າງປະ ເທດ; ເອົາໃຈໃສ່ພັດທະນາລະບົບຖານຂໍ້ມູນຂ່າວສານຕະ ຫຼາດແຮງງານ ເພື່ອເປັນເຄື່ອງມື,ກົນໄກດັດສົມ ລະຫວ່າງ ຄວາມຕ້ອງການ ແລະ ການສະໜອງກໍາລັງແຮງງານຂະ ແໜງເສດຖະກິດ-ສັງຄົມ ພ້ອມທັງສາມາດເຊື່ອມຕໍ່ລະບົບຖານຂໍ້ມູນແຮງງານ ກັບລະບົບຖານຂໍ້ມູນອື່ນໆ ເປັນຕົ້ນ ຖານຂໍ້ມູນອາກອນເງິນເດືອນ ໃຫ້ເປັນລະບົບ; ພັດທະນາລະບົບປົກປ້ອງສັງຄົມ ເພື່ອປະຕິບັດນະໂຍບາຍສັງຄົມຂອງລັດ ຜ່ານລະບົບປົກປ້ອງສັງຄົມ ໃຫ້ສາມາດບໍລິການຕໍ່ປະຊາຊົນ ທີ່ດ້ອຍໂອກາດ, ຜູ້ທຸກຍາກ, ຜູ້ປະສົບໄພພິບັດຕ່າງໆ, ພະນັກງານທີ່ມີຜົນງານໃນພາລະກິດປະຕິວັດ, ຜູ້ອອກແຮງງານພາກວິສາຫະກິດ ແລະ ຜູ້ປະກອບອາຊີບ ອິດສະຫຼະສ່ວນບຸກຄົນ ທີ່ມີປະສິດທິພາບທີ່ດີຂຶ້ນ; ພັດທະ ນາລະບົບສະຫວັດດີການສັງຄົມ ໂດຍສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ມີສ່ວນຮ່ວມ ຢ່າງກວ້າງຂວາງ; ເພີ່ມທະວີການປະຕິບັດບັນດາມາດຕະການປ້ອງກັນ ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ, ການຄວບຄຸມຊ່ວຍ ເຫຼືອແກ້ໄຂສຸກເສີນ ແລະ ການຟື້ນຟູຄືນຫຼັງໄພພິບັດ ທີ່ຮັບປະກັນຄວາມທົນທານ, ຄວາມປອດໄພໃນອະນາຄົດ; ສືບຕໍ່ຕັ້ງໜ້າປະຕິບັດນະໂຍບາຍໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ມີຜົນງານປະຕິວັດ; ວຽກງານຄຸ້ມຄອງບໍລິຫານວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງໄດ້ຮັບການສ້າງຄວາມເຂັ້ມແຂງ ຕາມທິດຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ໃຫ້ມີຄວາມສັກສິດ; ຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ສ້າງວິໃສທັດແຜນຍຸດທະສາດ ການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວຂຶ້ນກວ່າເກົ່າ; ສືບຕໍ່ປັບປຸງການຈັດຕັ້ງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສາມາດຕອບສະໜອງກັບຄວາມຕ້ອງການຂອງໜ້າທີ່ວຽກງານຕົວຈິງ ພ້ອມທັງ ສືບຕໍ່ຍົກລະດັບຄວາມຮູ້-ຄວາມສາມາດ ແລະ ຫົວຄິດປະດິດສ້າງດ້ານວິຊາການ ເພື່ອເປັນກໍາລັງແຮງສໍາຄັນປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄື ການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ເຂັ້ມແຂງຂຶ້ນ ເປັນກ້າວໆ.

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ · ຮູບທີ 4

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 55 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 19 ພະຈິກ 2026 · ຂຶ້ນ 10 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່