ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງຈໍາປາສັກ ຢຶດລິ່ນຢູ່ລົດເມໂດຍສານ ອັດຕະປື-ນະຄອນຫລວງວຽງຈັນ ພ້ອມປ່ອຍຄືນສູ່ທໍາມະຊາດ

ໂດຍ Jenjila
· 10 ເດືອນ ກ່ອນອ່ານ 1 ນາທີ57 ຄັ້ງ
ແຂວງຈໍາປາສັກ ຢຶດລິ່ນຢູ່ລົດເມໂດຍສານ ອັດຕະປື-ນະຄອນຫລວງວຽງຈັນ ພ້ອມປ່ອຍຄືນສູ່ທໍາມະຊາດ
ADadvertisement
ADadvertisement
ADadvertisement
ແຂວງຈໍາປາສັກ ຢຶດລິ່ນຢູ່ລົດເມໂດຍສານ ອັດຕະປື-ນະຄອນຫລວງວຽງຈັນ ພ້ອມປ່ອຍຄືນສູ່ທໍາມະຊາດ

ໜັງສືພິມຈໍາປາໃໝ່ ລາຍງານວ່າ: ວັນທີ 28 ມັງກອນ 2026, ເຈົ້າໜ້າທີ່ຂະແໜງກວດກາຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ ພ້ອມດ້ວຍຄະນະກໍາມະການສະເພາະກິດ ແກ້ໄຂບັນຫາການກະທໍາຜິດດ້ານຊັບພະຍາກອນທໍາມະຊາດ – ສິ່ງ ແວດລ້ອມ ແລະ ເຈົ້າໜ້າທີ່ໜ່ວຍງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງປາກຊ່ອງ ໄດ້ນໍາເອົາລິ່ນ 4 ໂຕ, ໄປປ່ອຍຄືນສູ່ທໍາມະຊາດຢູ່ເຂດອຸທິຍານແຫ່ງຊາດດົງຫົວສາວ.

ລິ່ນຈໍານວນນີ້, ແມ່ນໄດ້ຈາກການກວດກາລົດເມໂດຍສານ ຂອງເຈົ້າໜ້າວິຊາສະເພາະປະຈໍາປ້ອມກວດກາ 44 ເມືອງຊະນະສົມບູນ ແຂວງຈໍາປາສັກ ໃນວັນທີ 25 ມັງກອນ 2026 ລົດເມຄັນດັ່ງກ່າວ ປ້າຍທະບຽນ ບກ 0387 ອັດຕະປື – ນະຄອນຫຼວງ ວຽງຈັນ ທີ່ມຸ້ງໜ້າມາແຕ່ນະຄອນປາກເຊ ແຂວງຈຳປາສັກ ເຈົ້າຂອງລົດຊື່ ທ້າວ ວັນທອງ ທຳມະວົງ ອາຍຸ 53 ປີ, ອາຊີບ ຂັບລົດ ແລະ ທ້າວ ບຸນລ້ຽງ ເກດແກ້ວວໍລະແສງ ອາຍຸ 27 ປີ, ອາຊີບ ກຳມະກອນ ທັງສອງຄົນ ຢູ່ບ້ານສົມໂຄດ ເມືອງໄຊເສດຖາ ແຂວງອັດຕະປື.

ຜ່ານການກວດກາຢູ່ພາຍໃນລົດ ໂດຍສານໄດ້ພົບເຫັນສິນຄ້າເກືອດຫ້າມຫລາຍປະເພດ ໃນນັ້ນ ມີລິ່ນ 4 ໂຕ ຢູ່ໃນກະສອບ ທີ່ຍັງມີຊີວິດຢູ່, ພາຍຫຼັງທີ່ຮັບມາແລ້ວ ເຈົ້າໜ້າທີ່ໄດ້ຕິດຕາມດ້ານສຸຂະພາບຂອງສັດ ເຫັນວ່າມີຄວາມສົມບູນແຂງແຮງດີ ມີຄວາມພ້ອມທີ່ຈະສາມາດຄືນສູ່ທໍາມະຊາດຢ່າງປອດໄພ, ດັ່ງນັ້ນ, ຈຶ່ງໄດ້ເອກະພາບກັນນໍາເອົາໄປປ່ອຍຄືນສູ່ທໍາມະຊາດ.

ແຂວງຈໍາປາສັກ ຢຶດລິ່ນຢູ່ລົດເມໂດຍສານ ອັດຕະປື-ນະຄອນຫລວງວຽງຈັນ ພ້ອມປ່ອຍຄືນສູ່ທໍາມະຊາດ · ຮູບທີ 2

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 57 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່