ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະນໍາ ສຊປລ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ

ໂດຍ Pele
· 10 ເດືອນ ກ່ອນອ່ານ 1 ນາທີ99 ຄັ້ງ
ຄະນະນໍາ ສຊປລ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າວັນທີ 29 ມັງກອນນີ້, ຄະນະນໍາສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ນໍາໂດຍສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະຜູ້ແທນກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX ໄດ້ເຂົ້າວາງກະຕ່າດອກໄມ້ອັນຫອມຫວນຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

ຄະນະນໍາ ສຊປລ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ

ເພື່ອລະນຶກເຖິງຄຸນງາມຄວາມດີຂອງທ່ານທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ເລືອດເນື້ອເພື່ອປົດປ່ອຍຜືນແຜ່ນດິນອັນແສນຮັກຂອງປວງຊົນລາວທັງຊາດໃຫ້ມີສັນຕິພາບ ເເລະ ເອກະລາດເທົ່າທຸກວັນນີ້ ແລະ ເພື່ອເປັນການອວຍພອນແດ່ກອງປະຊຸມໃຫ້ດໍາເນີນໄປດ້ວຍຜົນສຳເລັດຢ່າງຈົບງາມຕາມຄາດ ໝາຍທີ່ວາງໄວ້.

ຄະນະນໍາ ສຊປລ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ · ຮູບທີ 2

ຂ່າວ: ສຊປລ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 99 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່