ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຂ່າວຕ່າງປະເທດລາຍງານເກີດເຫດຫນ້າສະຫລົດໃຈທີ່ທະເລອີຈຽນ ເຮືອຜູ້ອົບພະຍົບຕຳກັບເຮືອລາດຕະເວນຂອງກຣີຊ ເສຍຊີວິດ 15 ຄົນ

ໂດຍ Jenjila
· 10 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
ຂ່າວຕ່າງປະເທດລາຍງານເກີດເຫດຫນ້າສະຫລົດໃຈທີ່ທະເລອີຈຽນ ເຮືອຜູ້ອົບພະຍົບຕຳກັບເຮືອລາດຕະເວນຂອງກຣີຊ ເສຍຊີວິດ 15 ຄົນ
ADadvertisement
ADadvertisement
ADadvertisement
ຂ່າວຕ່າງປະເທດລາຍງານເກີດເຫດຫນ້າສະຫລົດໃຈທີ່ທະເລອີຈຽນ ເຮືອຜູ້ອົບພະຍົບຕຳກັບເຮືອລາດຕະເວນຂອງກຣີຊ ເສຍຊີວິດ 15 ຄົນ

ເກີດເຫດທີ່ທະເລອີຈຽນເຮືອຜູ້ອົບພະຍົບຕຳກັບເຮືອລາດຕະເວນຂອງໜ່ວຍຍາມຝັ່ງກຣີຊ ນອກຊາຍຝັ່ງເກາະຄິອອສ ໃກ້ປະເທດຕຸລະກີ ເມື່ອຄືນວັນທີ 3 ກຸມພາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ລ່າສຸດຕົວເລກຜູ້ເສຍຊີວິດປັບເປັນ 15 ຄົນແລ້ວ (ເພີ່ມຈາກ 14 ຄົນ) ຫຼັງຈາກແມ່ຍິງທີ່ບາດເຈັບຄົນໜຶ່ງເສຍຊີວິດຢູ່ໂຮງໝໍຜູ້ລອດຊີວິດ 25 ຄົນ ລວມທັງເດັກນ້ອຍປະມານ 11 ຄົນ ຖືກສົ່ງຕົວໄປໂຮງໝໍທີ່ເກາະຄິອອສ. ຂະນະທີ່ໜ່ວຍຍາມຝັ່ງ ແລະ ກອງທັບອາກາດກຣີກໄດ້ລະດົມກຳລັງພ້ອມເຮລິຄອບເຕີຄົ້ນຫາຜູ້ສູນຫາຍຢ່າງຕໍ່ເນື່ອງ. ເຈົ້າໜ້າທີ່ຍາມຝັ່ງ 2 ຄົນກໍ່ບາດເຈັບເຊັ່ນກັນເຈົ້າໜ້າທີ່ລະບຸວ່າ ອຸປະຕິເຫດກ່ຽວຂ້ອງກັບເຮືອໄວຂອງຜູ້ອົບພະຍົບ ແລະ ເຮືອລາດຕະເວນຕຳຫຼວດທ່າເຮືອ ໂດຍສາເຫດຍັງຢູ່ລະຫວ່າງສອບສວນ. ສື່ມວນຊົນທ້ອງຖິ່ນເປີດເຜີຍວ່າ ເຮືອລາດຕະເວນໄດ້ສົ່ງສັນຍານເຕືອນແລ້ວ ແຕ່ເຮືອຜູ້ອົບພະຍົບພະຍາຍາມຫລົບໜີຈົນເກີດການຕຳກັນ.

ຂ່າວຕ່າງປະເທດລາຍງານເກີດເຫດຫນ້າສະຫລົດໃຈທີ່ທະເລອີຈຽນ ເຮືອຜູ້ອົບພະຍົບຕຳກັບເຮືອລາດຕະເວນຂອງກຣີຊ ເສຍຊີວິດ 15 ຄົນ · ຮູບທີ 2

ຮູບພາບແມ່ນຮູບເຮືອ Hellenic Coast Guard (ຍາມຝັ່ງກຣີຊ) ທີ່ກ່ຽວຂ້ອງກັບອຸປະຕິເຫດນີ້ ຖ່າຍໂດຍ Stelios Misinas ຈາກ Reuters.

ຂ່າວຕົ້ນສະບັບ: Chios: At Least 15 Dead in Greek Coast Guard and Migrant Boat Collision – GreekReporter.com

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່