
ປກສ ແຂວງຊຽງຂວາງ ທຳລາຍສວນຝິ່ນ 4000 ກວ່າຕາແມັດ ຢູ່ພູແຄ
J
ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:45


ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 30 ມັງກອນ 2026 ຫ້ອງການກວດກາ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫລວດ ສົມທົບກັບ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ແລະ ກຳລັງ ປກຊ-ປກສ ເມືອງຄູນແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງທຳລາຍຢາຝິ່ນທີ່ປະຊາຊົນລັກລອບປູກ ຢູ່ພູແຄ ເມືອງຄູນ ແຂວງຊຽງຂວາງ.

ສວນຝິ່ນທີ່ປະຊາຊົນລັກລອບປູກມີ 4 ຕອນ ເນື້ອທີ່ທັງໝົດ 4000 ກວ່າຕາແມັດ ພ້ອມທັງໄດ້ນຳຕົວຜູ້ທີ່ລັກລອບປູກຝິ່ນມາສຶກສາອົບຮົມກ່າວເຕືອນ ແລະ ດຳເນີນຄະດີຕາມກົດໝາຍ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/4834
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່




ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
11 ຊົ່ວໂມງກ່ອນ


