
ເກີດເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍເກືອບ 1,000 ຫລັງ ທີ່ ປະເທດຟິລິບປິນ
J
ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ51 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 0:57


ວັນທີ 3 ກຸມພາ 2026 ເວລາປະມານ 22:00 ໂມງ ເກີດເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍເກືອບ 1,000 ຫລັງ ຢູ່ເຂດ ບາຮັງໄກລາມິອອນ ເມືອງບອງເກົາ ປະເທດຟິລິບປິນ.

ການຄວບຄຸມເພີງເປັນໄປດ້ວຍຄວາມຫຍຸ້ງຍາກ ໄຟໄດ້ໄໝ້ລຸກລາມຢ່າງໄວວາ ເຈົ້າໜ້າທີ່ໃຊ້ເວລາປະມານ 4 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄດ້.

ຜູ້ປະສົບໄພຖືກອົບພະຍົບໄປພັກອາໄສຢູ່ ສູນອອກກຳລັງກາຍ MSU Amilbahar ແລະ ສູນອົບພະຍົບປະຈຳແຂວງ ຊົ່ວຄາວ, ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບຫລືເສຍຊີວິດ. ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງສອບສວນຫາສາເຫດທີ່ກໍ່ໃຫ້ເກີດໄຟໄໝ້ຄັ້ງນີ້ຢູ່.




ຂໍ້ມູນ: World Forum ພາບ: MDRRMO Bongao / Edwin Kashim
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 51 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/4872
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່


ມຽນມາ ສົ່ງອອກເຂົ້າປະມານ 1,11 ລ້ານໂຕນ ໃນໄລຍະ 7 ເດືອນ
8 ຊົ່ວໂມງກ່ອນ
ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX
9 ຊົ່ວໂມງກ່ອນ
ກອງປະຊຸມພົບປະກັບນັກທຸລະກິດ ຈີນ-ໄທ
9 ຊົ່ວໂມງກ່ອນ
ສປ ຈີນ-ອາຊຽນ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ
10 ຊົ່ວໂມງກ່ອນ

