ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້

ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ56 ຄັ້ງ
ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້
ADadvertisement
ADadvertisement
ADadvertisement
ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້

ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ຈຳນວນ 25 ທ່ານ ລົງສະເໜີໂຕ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງ ນວ ປະທານຄະນະກຳມະການເລືອກຕັ້ງ, ມີບັນດາຜູ້ສະໝັກຮັບເລືອກຕັ້ງ ພ້ອມດ້ວຍການນຳ ນວ, ຄະນະກຳມະການ, ອະນຸກຳມະ ການເລືອກຕັ້ງ, ບັນດາອົງການຈັດຕັ້ງ, ອົງການທຽບເທົ່າ, ນັກທຸລະກິດ, ພະນັກງານຫຼັກແຫຼ່ງ, ຜູ້ມີສິດເລືອກຕັ້ງ ໃນ ນວ ເຂົ້າຮ່ວມ.

ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້ · ຮູບທີ 2

ການລົງພົບປະແນະນຳໂຕຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ຄັ້ງນີ້ ມີທັງໝົດ 25 ທ່ານ ຍິງ 7 ທ່ານ ຊຶ່ງການລົງສະເໜີ ແລະ ພົບປະຜູ້ມີສິດເລືອກຕັ້ງ ເປັນການຈັດຕັ້ງປະຕິບັດຕາມມາດຕາ 18 ຂອງກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ ສະບັບປັບປຸງປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງມີປະສິດ ທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມລະບຽບກົດໝາຍ ໂດຍແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ຜົນການເລືອກຕັ້ງ, ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ເຂົ້າໃຈຢ່າງຖືກ ຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ພົບປະ ແລະ ແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ ກ່ອນການເລືອກຕັ້ງ ເພື່ອເປັນບ່ອນອີງໃນການຄົ້ນ ຄວ້າ, ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອພິຈາລະນາ ແລະ ຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະ ຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນ ປະຕິບັດສິດ ອຳນາດຂອງປະຊາຊົນຢູ່ສະພາແຫ່ງຊາດ ສຳລັບມື້ເລືອກຕັ້ງຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ນີ້.

ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້ · ຮູບທີ 3

ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້ · ຮູບທີ 4

ຂ່າວ: ພູວັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 56 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່