ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສື່ມວນຊົນລາວຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ

ໂດຍ Pele
· 9 ເດືອນ ກ່ອນອ່ານ 2 ນາທີ62 ຄັ້ງ
ສື່ມວນຊົນລາວຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ
ADadvertisement
ADadvertisement
ADadvertisement

ສື່ມວນຊົນລາວຈາກສູນກາງ ລົງເຄື່ອນໄຫວຢ້ຽມຢາມໂຮງງານຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນວັນທີ 9 ກຸມພາ 2026 ນໍາພາໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າເລຂາປະຈໍາຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີຄະນະຮັບຜິດຊອບຂອງບໍລິສັດພູເບ້ຍມາຍນິງ ຈຳກັດ ໃຫ້ການຕ້ອນຮັບ. ທັງນີ້, ກໍເພື່ອເກັບກຳຂໍ້ມູນຂ່າວສານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ເປັນຕົ້ນ ຜົນການດຳເນີນງານດ້ານເສດຖະກິດ, ດ້ານສຸຂະພາບ ແລະ ຄວາມປອດໄພ, ສິ່ງແວດລ້ອມ, ຜົນການດຳເນີນງານດ້ານສັງຄົມ ແລະ ວຽກງານອື່ນໆ.

ສື່ມວນຊົນລາວຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ

ໂອກາດນີ້, ທ່ານ ວາຢາງ ຫົວໜ້າຄຸມງານຫ້ອງຄວບຄຸມລະບົົບການຜະລິດ ຄຳ-ເງິນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຫ້ອງຄວບຄຸມລະບົບການຜະລິດຄຳ-ເງິນ ເປັນພະແນກໜຶ່ງທີ່ມີຄວາມສຳຄັນຫລາຍຕໍ່ການດຳເນີນການຄວບຄຸມການຜະລິດ ໂດຍມີໜ້າທີ່ສື່ສານກັບພາກສະໜາມໂດຍກົງ ແລະ ຂົນສົ່ງແຮ່ເຂົ້າໂຮງງານ ຊຶ່ງການຈັດຕັ້ງປະຕິບັດແມ່ນດຳເນີນພາຍໃຕ້ຄວບຄຸມຜ່ານລະບົບຄອມພິວເຕີ ໂດຍສະເພາະລະບົບການຂົນສົ່ງ ແລະ ລະບົບການຜະລິດ, ການຂົນແຮ່ເຂົົ້າສູ່ລະບົບການຜະລິດ ແຕ່ລະຈຸດຈະຕິດກ້ອງຕິດຕາມການດຳເນິນງານ ຊຶ່ງລົົດທຸກຄັນກໍມີການຕິດຕັ້ງກ້ອງໄວ້ ໃນກໍລະນີໂຊເຟີລົດມີອາການເຫງົານອນແມ່ນຈະມີລະບົບສັນເພື່ອແຈ້ງເຕືອນສະຕິ, ໃນຂະນະດຽວກັນຂໍ້ມູນດັ່ງກ່າວຈະສົ່ງເຂົ້າມາຫາຜູ້ຄວບຄຸມ ແລ້ວໄດ້ແຈ້ງໃຫ້ຜູ້ຮັບຜິດຊອບພາກສະໜາມປ່ຽນຄົນຂັບ, ພ້ອມນີ້ຍັງມີລະບົບຕິດຕາມສະພາບດິນເຈື່ອນ, ມີກ້ອງຕິດຕາມການເຮັດວຽກຂອງແຕ່ລະໜ່ວຍງານຢ່າງເປັນລະບົບຄົບຊຸດ ເພື່ອຄວາມປອດໄພຂອງທຸກຂົງເຂດວຽກງານ. ພວກເຮົາເຮັດວຽກຕະຫລອດ 24 ຊົ່ວໂມງ ໂດຍຜັດປ່ຽນກັນເປັນ 2 ຊ່ວງຄື: ກາງເວັນ ແລະ ກາງຄືນ, ເຮັດໃຫ້ໄລຍະຜ່ານມາ ເຖິງປັດຈຸບັນແມ່ນຮັບປະກັນຄຸນນະພາບ ແລະ ຄວາມປອດໄພ.

ສື່ມວນຊົນລາວຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ · ຮູບທີ 2

ໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເລີ່ມຜະລິດໃນປີ 2012, ນໍາໃຊ້ວິທີການຂຸດຄົ້ນແບບບໍ່ເທິງໜ້າດິນ ຊຶ່ງເປັນວິທີການຂຸດຄົ້ນທີ່ນໍາໃຊ້ຢ່າງກວ້າງຂວາງໃນວົງການອຸດສາຫະກໍາບໍ່ແຮ່ ຊຶ່ງປ້ອນແຮ່ເຂົ້າໂຮງງານຜະລິດ, ປຸງແຕ່ງ ທີ່ນໍາໃຊ້ລະບົບຈັບແຮ່ດ້ວຍທາດອາຍກາກບອນ ແລະ ໃຊ້ຕາໜ່າງແຍກແຮ່ແບບແຮງໂນ້ມຖ່ວງ.

ສື່ມວນຊົນລາວຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ · ຮູບທີ 3

ຂ່າວ: ຈັນທະລອນ

ພາບ: ສໍານານ+ສົມກຽດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 62 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່