ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫວຽດນາມ ປາບປາມແກັ້ງລັກແມວ ຍຶດຂອງກາງໄດ້ 18 ໂຕ ກ່ອນບຸນເຕັດ

ໂດຍ Pele
· 9 ເດືອນ ກ່ອນອ່ານ 1 ນາທີ83 ຄັ້ງ
ຫວຽດນາມ ປາບປາມແກັ້ງລັກແມວ ຍຶດຂອງກາງໄດ້ 18 ໂຕ ກ່ອນບຸນເຕັດ
ADadvertisement
ADadvertisement
ADadvertisement

ນະຄອນໂຮ່ຈີມິນ ປະເທດຫວຽດນາມ: ເຈົ້າໜ້າທີ່ຕຳຫລວດບ້ານດົງແທ່ງ (Đông Thạnh) ໄດ້ດຳເນີນຄະດີກັບຜູ້ຕ້ອງຫາ 9 ຄົນ ໃນຂໍ້ຫາລັກຊັບ, ພາຍຫລັງພົບພຶດຕິກຳອອກຊອກລັກແມວຂອງຊາວບ້ານໃນຫລາຍພື້ນທີ່ ເພື່ອຕອບສະໜອງຄວາມຕ້ອງການໃນຊ່ວງໃກ້ເທສະການບຸນເຕັດ ຫວຽດນາມ.

ຫວຽດນາມ ປາບປາມແກັ້ງລັກແມວ ຍຶດຂອງກາງໄດ້ 18 ໂຕ ກ່ອນບຸນເຕັດ

ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນເຮືອນຫລັງໜຶ່ງ ພົບແມວທີ່ຖືກລັກມາຈຳນວນ 18 ໂຕ, ຍຶດໄດ້ອຸປະກອນຈັບສັດຫຼາຍຊະນິດ ລວມທັງສະເປພິກໄທ ທີ່ຜູ້ຕ້ອງຫາໃຊ້ສຳລັບກຽມຫຼົບໜີຫາກຖືກໄລ່ຈັບ. ຈາກການສືບສວນຂະຫຍາຍຜົນ ພົບຊາຍໄວ 68 ປີ ເຮັດໜ້າທີ່ເປັນຜູ້ຮັບຊື້ແມວທີ່ລັກມາ ເພື່ອນຳໄປຂາຍຕໍ່.

ຫວຽດນາມ ປາບປາມແກັ້ງລັກແມວ ຍຶດຂອງກາງໄດ້ 18 ໂຕ ກ່ອນບຸນເຕັດ · ຮູບທີ 2

ພາຍຫລັງການຈັບກຸມ ຕໍາຫວດກໍໄດ້ປະກາດຕາມຫາເຈົ້າຂອງແມວ ແລະ ສົ່ງຄືນເຈົ້າຂອງເດີມເປັນທີ່ຮຽບຮ້ອຍ.

ຂ່າວ:ລາວພັດທະນາ ພລັສ Laophattana Plus

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 83 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່