ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫສນຍ ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ

ໂດຍ Jenjila
· 9 ເດືອນ ກ່ອນອ່ານ 3 ນາທີ136 ຄັ້ງ
ຫສນຍ ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
ADadvertisement
ADadvertisement
ADadvertisement
ຫສນຍ ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ

ຂປລ. ໃນວັນທີ 9 ກຸມພາ 2026 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຫົວໜ້າ ຫສນຍ, ບັນດາທ່ານລັດຖະມົນຕີ ປະຈຳສຳນັກງານາຍົກລັດຖະມົນຕີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.

ຫສນຍ ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ · ຮູບທີ 2

ໃນໂອກາດນີ້, ທ່ານ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ຄື: ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ ອອກພັກການ-ຮັບອຸດໝູນບຳນານ.

ຫສນຍ ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ · ຮູບທີ 3

ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານການປະກອບສ່ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ການປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຂອງທ່ານ ຄຳເຈນ ວົງໂພສີ ໃນໄລຍະຜ່ານມາ ຊຶ່ງໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ພ້ອມກັບໝູ່ຄະນະ ເຮັດໃຫ້ວຽກງານທີ່ຖືກມອບໝາຍ ໃນແຕ່ລະໄລຍະ ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້. ພ້ອມທັງເຊື່ອໝັ້ນວ່າ ເມື່ອໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານແລ້ວ, ຍັງຈະສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆ ຕາມຄວາມສາມາດຕົວຈິງຕື່ມອີກ. ພ້ອມດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ມີຄໍາເຫັນເນັ້ນໜັກ ຕໍ່ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນພາຍໃນ ຫສນຍ ໃນບາງດ້ານ ເປັນຕົ້ນ ໃຫ້ພ້ອມກັນຍົກສູງຄວາມຮັບຜິດຊອບທາງດ້ານການເມືອງສູງຂຶ້ນກວ່າເກົ່າ; ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຕ່າງໆ ຂອງພວກສັດຕູ ກໍຄື ກຸ່ມຄົນບໍ່ດີ; ສືບຕໍ່ເອົາໃຈໃສ່ການເປັນເສນາທິການ ຄົ້ນຄວ້າວຽກງານຕ່າງໆໃຫ້ທັນການ, ຖືກກັບຄວາມເປັນຈິງ, ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ນະໂຍບາຍຕ່າງໆ; ການບໍລິຫານຈັດການ ຕ້ອງຊັດເຈນ, ວ່ອງໄວ ແລະ ທັນການ; ພະນັກງານທຸກຄົນ ຕ້ອງມີນໍ້າໃຈຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ, ມີຄວາມຊື່ສັດບໍລິສຸດ, ກ້າຫານ ແລະ ກົງໄປກົງມາ ຕໍ່ຄໍາເຫັນທີ່ສະເໜີຕໍ່ຂັ້ນເທິງ, ທັງຮັບປະກັນຕໍ່ການຮັກສາຄວາມລັບ; ປະຕິບັດຫລັກການເຮັດວຽກລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ແລະ ມອບບຸກຄົນຮັບຜິດຊອບໃຫ້ຈະແຈ້ງ; ຕ້ອງມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວກັນ, ມີຄວາມຈິງໃຈ ກ້າຕໍານິຕິຊົມເຊິ່ງກັນ ແລະ ກັນ; ຕ້ອງຖືເອົາການນໍາພາການເມືອງແນວຄິດ ເປັນບັນຫາສໍາຄັນ ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງອອກໃຫ້ເລິກເຊິ່ງ, ມີຄວາມເປັນເອກະພາບ; ການນໍາພາ-ຊີ້ນຳ ການບໍລິຫານ-ຄຸ້ມຄອງລັດ ຕ້ອງຜ່ານລະບົບປະຕູດຽວ ແຕ່ສູນກາງລົງຮອດທ້ອງຖິ່ນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນໃຫ້ຈະແຈ້ງ ແລະ ສອດຄ່ອງກັບໜ້າວຽກຕົວຈິງໃນແຕ່ລະໄລຍະ, ທັງຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກ ງານ-ລັດຖະກອນ ດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ຕາມທິດກໍ່ສ້າງພະນັກງານສືບທອດປ່ຽນແທນ ແຕ່ລະໄລຍະ; ສືບຕໍ່ສັບຊ້ອນຈັດວາງພະນັກງານ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ແທດເໝາະກັບຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະ, ຜູ້ໜຶ່ງຕ້ອງເຮັດໄດ້ຫລາຍວຽກ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍ ໃຫ້ມີຜົນງານໃໝ່ ແລະ ໃຫຍ່ຫລວງກວ່າເກົ່າ.

ຫສນຍ ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ · ຮູບທີ 4

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 136 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່