ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ກວດເບິ່ງຂົວເຫຼັກຫັກ ມ.ໂພນທອງ ຂ. ຫຼວງພະບາງ.

ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ70 ຄັ້ງ
ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ກວດເບິ່ງຂົວເຫຼັກຫັກ ມ.ໂພນທອງ ຂ. ຫຼວງພະບາງ.
ADadvertisement
ADadvertisement
ADadvertisement
ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ກວດເບິ່ງຂົວເຫຼັກຫັກ ມ.ໂພນທອງ ຂ. ຫຼວງພະບາງ.

ໃນວັນທີ 10 ກຸມພາ 2026 ນີ້ , ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ຈໍານວນ 7 ທ່ານ ຍິງ 3 ທ່ານ, ພາຍຫຼັງສໍາເລັດລົງພົບປະສະເໜີຕົວ ກັບຜູ້ມີສິດປ່ອນບັດເລືອກຕັ້ງຢູ່ ໜ່ວຍປ່ອນບັດ ບ້ານ ກາງ ເມືອງໂພນທອງ ສໍາເລັດແລ້ວ ,ຄະນະຜູ້ສະໜັກໄດ້ເຄື່ອນໄຫວລົງເບິ່ງຜົນກະທົບ ຂົ້ວເຫຼັກ ຫັກ ລະຫວ່າງ ບ້ານ ກາງ ຫາ ບ້ານ ວັງແນກ ເມືອງໂພນທອງ ທີ່ໄດ້ເກີດເຫດ ລົດບັນທຸກໜັກ ເຂົ້າຂົວເຮັດໃຫ້ຂົວຫັກເປເພ ໃນຄັ້ງວັນທີ 7 ກຸມພາ 2026 ຜ່ານມານີ້.

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ກວດເບິ່ງຂົວເຫຼັກຫັກ ມ.ໂພນທອງ ຂ. ຫຼວງພະບາງ. · ຮູບທີ 2

ນໍາພາໂດຍ ໃຫ້ກຽດນຳພາຄະນະໂດຍ ທ່ານ ບຸນເລື່ອມ ມະນີວົງກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ຫລວງພະບາງ ຜູ້ສະໜັກຮັບເລືອກຕັ້ງ ໝາຍເລກນ້ໍາເບີ 02 , ທ່ານ ສໍານານ ສົນທະນີ ກໍາມະການປະຈໍາພັກແຂວງ ຜູ້ສະໜັກຮັບເລືອກຕັ້ງ ໜາຍເລກນ້ໍາເບີ 03 , ທ່ານ ນາງ ຈັນດີ ເຢັງວື ກໍາມະການພັກແຂວງ ຜູ້ສະໜັກຮັບເລືອກຕັ້ງ ໜາຍເລກນ້ໍາເບີ 09, ທ່ານ ນາງ ກິ່ງນະຄອນ ຈັນທະກຸມມານ ຜູ້ສະໜັກຮັບເລືອກຕັ້ງ ໜາຍເລກນ້ໍາເບີ 10, ທ່ານ ປອ ສຸລິໄຊ ຫົງສາຄອນ ຜູ້ສະໜັກຮັບເລືອກຕັ້ງ ໜາຍເລກນ້ໍາເບີ 11, ທ່ານ ພັນເອກ ວິລະສິນ ມິດຕະພອນ ຜູ້ສະໜັກຮັບເລືອກຕັ້ງ ໜາຍເລກນ້ໍາເບີ 13 ແລະ ທ່ານ ນາງ ປອ ວົງພະຈັນ ວົງປະດິດ ຜູ້ສະໜັກຮັບເລືອກຕັ້ງ ໜາຍເລກນ້ໍາເບີ 14. ແລະ ຜູ້ສະໜັກສະມາຊິກສະພາປະຊາຊົນແຂວງ ປະຈໍາ ເມືອງ ໂພນທອງ 7 ທ່ານ ຍິງ 1 ທ່ານ.

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ກວດເບິ່ງຂົວເຫຼັກຫັກ ມ.ໂພນທອງ ຂ. ຫຼວງພະບາງ. · ຮູບທີ 3

ຂ່າວ+ພາບ : ທະນູສິນ ອິດທິພົນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 70 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່