ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຂ່າວດີ! ໂຄງການ MCHC ປະສົບຜົນສຳເລັດ ການຜ່າຕັດປິ່ນປົວເດັກນ້ອຍໂຣກຫົວໃຈແຕ່ກຳເນີດ ຄັ້ງທຳອິດ

ໂດຍ Pele
· 9 ເດືອນ ກ່ອນອ່ານ 2 ນາທີ52 ຄັ້ງ
ຂ່າວດີ! ໂຄງການ MCHC ປະສົບຜົນສຳເລັດ ການຜ່າຕັດປິ່ນປົວເດັກນ້ອຍໂຣກຫົວໃຈແຕ່ກຳເນີດ ຄັ້ງທຳອິດ
ADadvertisement
ADadvertisement
ADadvertisement

ໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ຢູ່ບັນດາປະເທດລຸ່ມແມ່ນໍ້າຂອງ (MCHC) ໄດ້ດໍາເນີນພາລະກິດປິ່ນປົວເດັກນ້ອຍ ທີ່ເປັນພະຍາດຫົວໃຈພິການແຕ່ກໍາເນີດຄັ້ງທຳອິດໄດ້ປະສົບຜົນສຳເລັດ ທີ່ໂຮງໝໍມະໂຫສົດ ໃນວັນທີ 7 ກຸມພາຜ່ານມາ.

ຂ່າວດີ! ໂຄງການ MCHC ປະສົບຜົນສຳເລັດ ການຜ່າຕັດປິ່ນປົວເດັກນ້ອຍໂຣກຫົວໃຈແຕ່ກຳເນີດ ຄັ້ງທຳອິດ

ໃນລະຫວ່າງພາລະກິດເປັນເວລາ 1 ມື້ນີ້ ເດັກນ້ອຍຈຳນວນ 3 ຄົນ ທີ່ໄດ້ຮັບການບົ່ງມະຕິພະຍາດວ່າເປັນໂຣກຫົວໃຈພິການແຕ່ກຳເນີດ (Congenital Heart Disease: CHD) ໄດ້ຮັບການຮັກສາແບບຫັດຖະ ການ (Interventional Treatment) ຢ່າງທັນເວລາ ໃນຈຳນວນ 3 ກໍລະນີດັ່ງກ່າວ ມີ 1 ກໍລະນີ ຖືກກວດພົບຜ່ານກິດຈະກຳຄັດກອງ CHD ໃນໂຮງຮຽນ ທີ່ໂຄງການໄດ້ຈັດຂຶ້ນຢູ່ແຂວງຫຼວງພະບາງ ໃນເດືອນທັນວາ 2025 ແລະ ອີກ 2 ກໍລະນີ ໄດ້ຮັບການສົ່ງຕໍ່ມາຈາກໂຮງໝໍມະໂຫສົດ ສິ່ງນີ້ສະທ້ອນໃຫ້ເຫັນເຖິງແນວທາງການເຮັດວຽກແບບເຊື່ອມໂຍງການກວດພົບໃນໄລຍະເລີ່ມຕົ້ນ ກັບການຮັກສາທາງການແພດຢ່າງມີປະສິດທິຜົນ ພາລະ ກິດໃນຄັ້ງນີ້ ນັບເປັນຈຸດໝາຍສຳຄັນຂອງໂຄງການ ໂດຍການຮ່ວມມືລະຫວ່າງ ສະຖາບັນການຮ່ວມມືເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (Mekong Institute – MI)

ຂ່າວດີ! ໂຄງການ MCHC ປະສົບຜົນສຳເລັດ ການຜ່າຕັດປິ່ນປົວເດັກນ້ອຍໂຣກຫົວໃຈແຕ່ກຳເນີດ ຄັ້ງທຳອິດ · ຮູບທີ 2

ກະຊວງສາທາລະນະສຸກ ສປປ ລາວ ແລະ ໂຮງໝໍ Fuwai ແລະ ສະຖາບັນວິທະຍາສາດການແພດຈີນ ໂຄງການໄດ້ຮັບການສະໜັບສະໜູນຈາກລັດຖະ ບານສາທາລະນະລັດປະຊາຊົນຈີນ ຜ່ານກອງທຶນການພັດທະນາໂລກ ແລະ ການຮ່ວມມືໃຕ້–ໃຕ້ (Global Development and South–South Cooperation Fund) ພາຍໃຕ້ໂຄງການນີ້ ໂຮງໝໍ Fuwai ໄດ້ສົ່ງທີມແພດສະເພາະທາງຫຼາຍສາຂາມາສົມທົບ ປະກອບດ້ວຍແພດຜູ້ຊຳນານການຮັກສາຫົວໃຈດ້ວຍຫັດຖະການ 2 ຄົນ ຜູ້ຊຳນານດ້ານອັລຕຣາຊາວ 1 ຄົນ ແລະ ພະຍາບານສະເພາະທາງ 1 ຄົນ ໂດຍນຳໃຊ້ວິທີການ PAN ທີ່ພັດທະນາໂດຍໂຮງໝໍ Fuwai ທີມແພດໄດ້ດຳເນີນການຮັກສາຫົວໃຈແບບບໍ່ຕ້ອງຜ່າຕັດໃຫຍ່ ຊຶ່ງມີລັກສະນະບໍ່ໃຊ້ລັງສີ ການບາດເຈັບນ້ອຍ ແລະ ຟື້ນຕົວໄວ ເໝາະສົມຢ່າງຍິ່ງສຳລັບການຮັກສາເດັກນ້ອຍ ໃນພື້ນທີ່ ທີ່ມີຊັບ ພະຍາກອນຈຳກັດ

ຂ່າວດີ! ໂຄງການ MCHC ປະສົບຜົນສຳເລັດ ການຜ່າຕັດປິ່ນປົວເດັກນ້ອຍໂຣກຫົວໃຈແຕ່ກຳເນີດ ຄັ້ງທຳອິດ · ຮູບທີ 3

ພ້ອມກັນນັ້ນ, ເພື່ອສອດຄ່ອງກັບເປົ້າໝາຍການພັດທະນາສັກກະຍະພາບ ບຸກຄະລາກອນແພດຈາກໂຮງໝໍມະໂຫສົດ ໄດ້ເຮັດວຽກຄຽງຂ້າງກັບຜູ້ຊຳນານຈາກໂຮງໝໍ Fuwai ຕະຫຼອດຂັ້ນຕອນການຮັກສາ ການຮ່ວມມື

ແບບປະຕິບັດຈິງນີ້ ໄດ້ຊ່ວຍໃຫ້ເກີດການຖ່າຍທອດຄວາມຮູ້ ແລະ ທັກສະວິຊາຊີບຢ່າງເປັນຮູບປະທຳ ອັນເປັນການເສີມສ້າງສັກກະຍະພາບແຫ່ງຊາດ ໃນການເບິ່ງແຍງຫົວໃຈເດັກນ້ອຍ.

ຂ່າວດີ! ໂຄງການ MCHC ປະສົບຜົນສຳເລັດ ການຜ່າຕັດປິ່ນປົວເດັກນ້ອຍໂຣກຫົວໃຈແຕ່ກຳເນີດ ຄັ້ງທຳອິດ · ຮູບທີ 4

ໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ຢູ່ບັນດາປະເທດລຸ່ມແມ່ນໍ້າຂອງ (MCHC) ມີເປົ້າ ໝາຍໃນການໃຫ້ການຮັກສາໂດຍບໍ່ເສຍຄ່າໃຫ້ເດັກນ້ອຍຢ່າງໜ້ອຍ 30 ຄົນ ທີ່ເປັນໂຣກຫົວໃຈແຕ່ກຳເນີດ ໃນ ສປປ ລາວ ເພື່ອຂະຫຍາຍໂອກາດໃນການເຂົ້າຮັບບໍລິການ ຮັກສາຫົວໃຈເດັກນ້ອຍທີ່ຊ່ວຍຊີວິດໃຫ້ເດັກນ້ອຍ ແລະ ຄອບຄົວທີ່ຂາດແຄນ.

ຂ່າວດີ! ໂຄງການ MCHC ປະສົບຜົນສຳເລັດ ການຜ່າຕັດປິ່ນປົວເດັກນ້ອຍໂຣກຫົວໃຈແຕ່ກຳເນີດ ຄັ້ງທຳອິດ · ຮູບທີ 5

ຂ່າວ: ວຽງຈັນໃໝ່

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 52 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່