ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ວັນທີ 10 ກຸມພາ 2026 ເກີດເຫດ ເຮືອບິນລົງຈອດສຸກເສີນ ຢູ່ແຄມທະເລ ນັກບິນ ແລະ ຜູ້ໂດຍສານ 55 ຄົນປອດໄພ

ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ177 ຄັ້ງ
ວັນທີ 10 ກຸມພາ 2026 ເກີດເຫດ ເຮືອບິນລົງຈອດສຸກເສີນ ຢູ່ແຄມທະເລ ນັກບິນ ແລະ ຜູ້ໂດຍສານ 55 ຄົນປອດໄພ
ADadvertisement
ADadvertisement
ADadvertisement
ວັນທີ 10 ກຸມພາ 2026 ເກີດເຫດ ເຮືອບິນລົງຈອດສຸກເສີນ ຢູ່ແຄມທະເລ ນັກບິນ ແລະ ຜູ້ໂດຍສານ 55 ຄົນປອດໄພ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 10 ກຸມພາ 2026 ເກີດເຫດເຮືອບິນໂດຍສານຂະໜາດກາງຂອງສາຍການບິນ “ສະຕາສະກາຍ ເອເວຍຊັນ” (Star Sky Aviation) ແຫ່ງປະເທດໂຊມາລີ ປະສົບບັນຫາຂັດຂ້ອງທາງດ້ານເຕັກນິກ ເຮັດໃຫ້ນັກບິນຕັດສິນໃຈນຳເຮືອບິນລົງຈອດສຸກເສີນ ຢູ່ບໍລິເວນຊາຍຝັ່ງ ໃກ້ກັບສະໜາມບິນສາກົນ ໃນນະຄອນຫລວງໂມກາດີຊູ, ເຊິ່ງຜູ້ໂດຍສານ ແລະ ລູກເຮືອທັງໝົດ 55 ຄົນ ຢູ່ເທິງເຮືອບິນປອດໄພທັງໝົດ.

ວັນທີ 10 ກຸມພາ 2026 ເກີດເຫດ ເຮືອບິນລົງຈອດສຸກເສີນ ຢູ່ແຄມທະເລ ນັກບິນ ແລະ ຜູ້ໂດຍສານ 55 ຄົນປອດໄພ · ຮູບທີ 2

ສາຍການບິນ ສະຕາສະກາຍ ອອກຖະແຫລງການຢືນຢັນວ່າ: ການຕັດສິນໃຈທີ່ເດັດຂາດ ແລະ ວ່ອງໄວຂອງນັກບິນ ມີຄວາມສຳຄັນຢ່າງຍິ່ງໃນການຊ່ວຍຊີວິດຜູ້ໂດຍສານ 50 ຄົນ ແລະ ລູກເຮືອ 5 ຄົນ ທີ່ຢູ່ເທິງເຮືອບິນລຳດັ່ງກ່າວ.ທາງດ້ານ ອົງການການບິນພົນລະເຮືອນຂອງໂຊມາລີ (CAA) ໃຫ້ຮູ້ວ່າ: ເຮືອບິນລຸ້ນ “ຟອກເກີ 50” (Fokker 50) ໄດ້ລາຍງານບັນຫາຂັດຂ້ອງ ຫຼັງຈາກບິນຂຶ້ນຈາກສະໜາມບິນໃນນະຄອນຫຼວງໂມກາດີຊູ ໄດ້ບໍ່ດົນ ໃນຊ່ວງເຊົ້າວັນອັງຄານ ວັນທີ 10 ກຸມພາ 2026 ເຮັດໃຫ້ນັກບິນຕ້ອງຂໍອະນຸຍາດນຳເຮືອບິນກັບຄືນມາລົງຈອດທັນທີ.

ວັນທີ 10 ກຸມພາ 2026 ເກີດເຫດ ເຮືອບິນລົງຈອດສຸກເສີນ ຢູ່ແຄມທະເລ ນັກບິນ ແລະ ຜູ້ໂດຍສານ 55 ຄົນປອດໄພ · ຮູບທີ 3

ທ່ານ ອາເໝັດ ມາຄາລິນ ຮັດຊັນ, ຜູ້ນຳອຳນວຍການ CAA ກ່າວວ່າ: ໃນຂະນະທີ່ເຮືອບິນລົງແຕະພື້ນນັ້ນ ບໍ່ສາມາດຢຸດຢູ່ເທິງທາງແລ່ນ (Runway) ໄດ້, ເຮັດໃຫ້ເຮືອບິນໄຖລອອກນອກລານບິນ ແລະ ໄປຢຸດລົງໃນເຂດນ້ຳຕື້ນ.

ວັນທີ 10 ກຸມພາ 2026 ເກີດເຫດ ເຮືອບິນລົງຈອດສຸກເສີນ ຢູ່ແຄມທະເລ ນັກບິນ ແລະ ຜູ້ໂດຍສານ 55 ຄົນປອດໄພ · ຮູບທີ 4

ພາຍຫຼັງເກີດເຫດ, ຄະນະຜູ້ແທນຂອງສະຫະພາບອາຟຣິກາໃນໂຊມາລີ ພ້ອມດ້ວຍກອງກຳລັງສະຫະປະຊາຊາດ ໄດ້ຮີບຮ້ອນລົງໄປຍັງຈຸດເກີດເຫດ ເພື່ອປະຕິບັດການກູ້ໄພ ແລະ ໃຫ້ການຊ່ວຍເຫຼືອຢ່າງວ່ອງໄວ, ໂດຍມີລັດຖະມົນຕີກະຊວງຄົມມະນາຄົມຂອງໂຊມາລີ ລົງຕິດຕາມສະຖານະການໃນທີ່ເກີດເຫດດ້ວຍຕົນເອງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 177 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່