ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເດັກນ້ອຍທີ່ກິນມັງສະວິຣັດ ແລະ ອາຫານເຈ ມີການເຕີບໂຕໃກ້ຄຽງກັບເດັກນ້ອຍທີ່ກິນພືດ ແລະ ຊີ້ນ

ໂດຍ Pele
· 9 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ເດັກນ້ອຍທີ່ກິນມັງສະວິຣັດ ແລະ ອາຫານເຈ ມີການເຕີບໂຕໃກ້ຄຽງກັບເດັກນ້ອຍທີ່ກິນພືດ ແລະ ຊີ້ນ
ADadvertisement
ADadvertisement
ADadvertisement

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກຸມພາ ຜ່ານມາວ່າ: ມະຫາວິທະຍາໄລ Ben-Gurion ຂອງ Negev ໃນອິສຣາເອນ ໄດ້ເປີດເຜີຍຜົນການສຶກສາທີ່ສະແດງໃຫ້ເຫັນວ່າເດັກນ້ອຍຈາກຄອບຄົວທີ່ກິນອາຫານມັງສະວິຣັດ ແລະ ກິນອາຫານເຈ (Vegetarian and vegan) ມີການເຕີບໂຕໃນອັດຕາທີ່ເກືອບໃກ້ຄຽງກັນກັບເດັກນ້ອຍທີ່ກິນອາຫານທຸກປະເພດ.

ນັກຄົ້ນຄວ້າຈາກມະຫາວິທະຍາໄລດັ່ງກ່າວ, ຮ່ວມມືກັບກະຊວງສາທາລະນະສຸກອິສຣາເອນ ໄດ້ວິເຄາະຂໍ້ມູນຈາກເດັກນ້ອຍເກືອບ 1.2 ລ້ານຄົນໃນໄລຍະເວລາ 10 ປີ (2014-2023) ຊຶ່ງກວມເອົາປະມານ 70% ຂອງເດັກນ້ອຍທັງໝົດໃນອິສຣາເອນ, ເພື່ອສຶກສາວ່າອາຫານທີ່ເຮັດຈາກພືດສາມາດສະໜັບສະໜູນການເຕີບໂຕຢ່າງໄວວາໃນໄລຍະສອງປີທຳອິດໄດ້ ຫຼື ບໍ່?.

ການສຶກສາພົບວ່າ: ເດັກນ້ອຍທີ່ກິນອາຫານມັງສະວິຣັດ ແລະ ກິນອາຫານເຈ ມີນ້ຳໜັກ, ຄວາມສູງ ແລະ ຂະ ໜາດຮອບຫົວທີ່ຂະຫຍາຍຕົວບໍ່ແຕກຕ່າງຈາກເດັກນ້ອຍທີ່ກິນທັງພືດ ແລະ ສັດ. ເຖິງວ່າເດັກນ້ອຍທີ່ກິນອາຫານເຈອາດຈະມີໂອກາດທີ່ນ້ຳໜັກນ້ອຍກວ່າເກນເລັກໜ້ອຍໃນ 60 ມື້ທຳອິດຫຼັງເກີດ, ແຕ່ຄວາມແຕກຕ່າງນີ້ຈະຫາຍໄປເມື່ອອາຍຸຄົບ 2 ປີ. ໃນຂະນະທີ່ບັນຫາເດັກນ້ອຍໃຫຍ່ບໍ່ເຕັມທີ່ແມ່ນຫາຍາກຫຼາຍໃນທຸກກຸ່ມອາຫານ ແລະ ບໍ່ພົບຄວາມແຕກຕ່າງທີ່ສຳຄັນ.

ທີມນັກຄົ້ນຄວ້າໄດ້ເນັ້ນໜັກວ່າ: ສິ່ງສຳຄັນແມ່ນການວາງແຜນການກິນອາຫານທີ່ເຮັດຈາກພືດຢ່າງເໝາະສົມ, ຄຽງຄູ່ກັບການສະໜັບສະໜູນດ້ານໂພຊະນາການໃນລະຫວ່າງການຖືພາ ແລະ ເດັກອ່ອນ. ພ້ອມທັງກ່າວຕື່ມວ່າ: ອາຫານທີ່ເຮັດຈາກພືດບໍ່ສົ່ງຜົນກະທົບທາງລົບຕໍ່ການພັດທະນາທາງດ້ານຮ່າງກາຍໃນໄວເດັກ ແລະ ຂໍ້ມູນນີ້ຈະເປັນຫຼັກຖານອ້າງອີງສຳລັບການຕັດສິນໃຈກ່ຽວກັບນະໂຍບາຍສາທາລະນະສຸກທົ່ວໂລກໃນອະນາຄົດ.

ນອກຈາກນັ້ນ, ການສຶກສານີ້ຍັງໄດ້ຖືກຕີພິມໃນວາລະສານ JAMA Network Open.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່