ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຳປູເຈຍ ກັກຕົວຊາວຕ່າງຊາດ 800 ຄົນ ໃນກາຊິໂນ ເມືອງສີຫານຸວິລ ຖານສົງໄສພົວພັນແກັງຄໍເຊັນເຕີ

ໂດຍ Pele
· 9 ເດືອນ ກ່ອນອ່ານ 1 ນາທີ69 ຄັ້ງ
ກຳປູເຈຍ ກັກຕົວຊາວຕ່າງຊາດ 800 ຄົນ ໃນກາຊິໂນ ເມືອງສີຫານຸວິລ ຖານສົງໄສພົວພັນແກັງຄໍເຊັນເຕີ
ADadvertisement
ADadvertisement
ADadvertisement

ສຳນັກຂ່າວ TBS ຂອງຍີ່ປຸ່ນ ລາຍງານວ່າ: ວັນທີ 10 ກຸມພາ 2026 ເຈົ້າໜ້າທີ່ກຳປູເຈຍ ໄດ້ຍົກລະດັບການປາບປາມເຄືອຂ່າຍຫຼອກລວງຂ້າມຊາດຢ່າງເຂັ້ມງວດ, ລ່າສຸດໄດ້ເຂົ້າກວດຄົ້ນສະຖານບັນເທີງກາຊິໂນ ໃນເມືອງສີຫານຸວິລ, ທາງຕອນໃຕ້ຂອງປະເທດ ແລະ ໄດ້ກັກຕົວຊາວຕ່າງຊາດ ປະມານ 800 ຄົນ. ໂດຍກຳລັງຕຳຫຼວດທ້ອງຖິ່ນໄດ້ສົມທົບກັນບຸກເຂົ້າກວດຄົ້ນສະຖານທີ່ເປົ້າໝາຍ ແລະ ພົບຜູ້ຕ້ອງສົງໄສຈາກຢ່າງໜ້ອຍ 7 ປະເທດ ເປັນຕົ້ນແມ່ນ: ຍີ່ປຸ່ນ, ສະຫະລັດ ອາເມລິກາ ແລະ ສປ ຈີນ.

ກຳປູເຈຍ ກັກຕົວຊາວຕ່າງຊາດ 800 ຄົນ ໃນກາຊິໂນ ເມືອງສີຫານຸວິລ ຖານສົງໄສພົວພັນແກັງຄໍເຊັນເຕີ

ໃນທີ່ເກີດເຫດ, ເຈົ້າໜ້າທີ່ໄດ້ຢຶດຂອງກາງທີ່ນຳໃຊ້ເຂົ້າໃນການກະທຳຜິດ ປະກອບມີ: ເຄື່ອງຄອມພິວເຕີ ປະມານ 650 ເຄື່ອງ ແລະ ໂທລະສັບມືຖືປະມານ 1,000 ເຄື່ອງ. ຂະນະທີ່ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳກຳປູເຈຍ ແຈ້ງວ່າ ກຳລັງຢູ່ໃນລະຫວ່າງການກວດສອບຂໍ້ເທັດຈິງ ແລະ ປະສານງານກ່ຽວກັບເຫດການດັ່ງກ່າວ.

ກຳປູເຈຍ ກັກຕົວຊາວຕ່າງຊາດ 800 ຄົນ ໃນກາຊິໂນ ເມືອງສີຫານຸວິລ ຖານສົງໄສພົວພັນແກັງຄໍເຊັນເຕີ · ຮູບທີ 2

ໄລຍະຜ່ານມາ, ກຳປູເຈຍ ໄດ້ຖືກສາກົນຈັບຕາ ຢ່າງໃກ້ຊິດ ຍ້ອນເປັນຖານປະຕິບັດການຂອງກຸ່ມອາດຊະຍາກຳຂ້າມຊາດ, ໂດຍສະເພາະເຄືອຂ່າຍທີ່ເຊື່ອມໂຍງກັບອົງກອນອາດຊະຍາກຳຂອງຈີນ. ສົ່ງຜົນໃຫ້ທາງການກຳປູເຈຍ ຕ້ອງເລັ່ງດຳເນີນການປາບປາມຄັ້ງໃຫຍ່ ພ້ອມທັງປະກາດເປົ້າໝາຍຈະກວາດລ້າງ ແລະ ກຳຈັດບັນຫາການສໍ້ໂກງໃຫ້ໝົດສິ້ນໄປພາຍໃນເດືອນເມສາ ປີນີ້.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 69 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່