ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສຳເລັດພາລະກິດ! ຄະນະສົງຈາລິກທຸດົງ "Walk for Peace" 3,700 ກິໂລແມັດ ຮອດຈຸດໝາຍທີ່ ວໍຊິງຕັນ ດີຊີ

ໂດຍ Pele
· 9 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
ສຳເລັດພາລະກິດ! ຄະນະສົງຈາລິກທຸດົງ "Walk for Peace" 3,700 ກິໂລແມັດ ຮອດຈຸດໝາຍທີ່ ວໍຊິງຕັນ ດີຊີ
ADadvertisement
ADadvertisement
ADadvertisement

ສຳນັກຂ່າວຕ່າງປະເທດລາຍງານວັນທີ 11 ກຸມພາ 2026 ວ່າ: ຄະນະສົງທີ່ເດີນທຸດົງເພື່ອສັນຕິພາບ (Walk For Peace) ຜ່ານ 9 ລັດ ທາງພາກຕາເວັນອອກຂອງສະຫະລັດອາເມລິກາ ລວມໄລຍະທາງກວ່າ 3,700 ກິໂລແມັດ ໄດ້ເດີນທາງເຖິງຈຸດໝາຍປາຍທາງ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ເປັນທີ່ຮຽບຮ້ອຍແລ້ວ, ຖືເປັນການສິ້ນສຸດພາລະກິດການເດີນທຸດົງທີ່ຍາວນານໃຊ້ເວລາດົນເຖິງ 108 ວັນ.

ສຳເລັດພາລະກິດ! ຄະນະສົງຈາລິກທຸດົງ "Walk for Peace" 3,700 ກິໂລແມັດ ຮອດຈຸດໝາຍທີ່ ວໍຊິງຕັນ ດີຊີ

ຄະນະສົງດັ່ງກ່າວປະກອບມີພະພິກຂຸ 19 ອົງ, ນຳໂດຍ “ພະປັນນາກຣາພິກຂຸ” (Bhikkhu Pannakara) ພະສົງຊາວອາເມລິກາເຊື້ອສາຍຫວຽດນາມ. ການເດີນທາງໄດ້ເລີ່ມຕົ້ນຈາກວັດແຫ່ງໜຶ່ງໃນເມືອງ ຟອດເວີດ (Fort Worth), ລັດເທັກຊັດ ຕັ້ງແຕ່ທ້າຍເດືອນຕຸລາປີຜ່ານມາ ແລະ ມຸ່ງ ໜ້າສູ່ຈຸດໝາຍປາຍທາງທີ່ນະຄອນຫຼວງວໍຊິງຕັນ ດີຊີ ທ່າມກາງການຕ້ອນຮັບຢ່າງອົບອຸ່ນຈາກປະຊາ ຊົນໃນທຸກຈຸດທີ່ຜ່ານ.

ສຳເລັດພາລະກິດ! ຄະນະສົງຈາລິກທຸດົງ "Walk for Peace" 3,700 ກິໂລແມັດ ຮອດຈຸດໝາຍທີ່ ວໍຊິງຕັນ ດີຊີ

ປັດຈຸບັນ, ຄະນະສົງໄດ້ພັກເຊົາຢູ່ທີ່ ມະຫາວິຫານແຫ່ງຊາດວໍຊິງຕັນ (Washington National Cathedral) ຫຼັງຈາກນີ້, ຄະນະສົງມີກຳນົດການຈະໄປຮ່ວມກິດຈະກຳຢູ່ທີ່ ອະນຸສອນສະຖານ ລິນຄອນ (Lincoln Memorial).

ສຳເລັດພາລະກິດ! ຄະນະສົງຈາລິກທຸດົງ "Walk for Peace" 3,700 ກິໂລແມັດ ຮອດຈຸດໝາຍທີ່ ວໍຊິງຕັນ ດີຊີ

ຈຸດປະສົງຫຼັກຂອງພາລະກິດໃນຄັ້ງນີ້ ແມ່ນເພື່ອສົ່ງສັນຍານແຫ່ງສັນຕິພາບ, ຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈໃຫ້ດັງກ້ອງໄປທົ່ວດິນແດນສະຫະລັດອາເມລິກາ ແລະ ທົ່ວໂລກ. ເຖິງແມ່ນວ່າຄວາມເຄື່ອນໄຫວນີ້ເກີດຂຶ້ນທ່າມກາງບັນຍາກາດທີ່ເຄັ່ງຕຶງໃນສະຫະລັດອາເມລິກາ, ເຊິ່ງສ່ວນໜຶ່ງມີສາເຫດມາຈາກມາດຕະການປາບປາມຜູ້ອົບພະຍົບທີ່ເຂັ້ມງວດຂອງລັດຖະບານ ໂດນັລ ທຣຳ. ໂດຍໄດ້ມີການສົ່ງເຈົ້າໜ້າທີ່ກອງກຳລັງພິທັກມາຕຸພູມ (National Guard) ໄປປະຈຳການໃນຫຼາຍເມືອງ, ໂດຍສະເພາະເມືອງທີ່ບໍລິຫານງານໂດຍພັກເດໂມແຄຣັດ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່