MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເເມັກຊິໂກ ເປີດຕົວ “ຫຸ່ນຍົນໝາ ແລະ ປືນສະກັດໂດຣນ” ເພື່ອຮັກສາຄວາມປອດໄພ ການແຂ່ງຂັນບານເຕະໂລກ 2026

ເເມັກຊິໂກ ເປີດຕົວ "ຫຸ່ນຍົນໝາ ແລະ ປືນສະກັດໂດຣນ" ເພື່ອຮັກສາຄວາມປອດໄພ ການແຂ່ງຂັນບານເຕະໂລກ 2026

Jenjila
ເຜີຍແຜ່: 13 February 2026, 11:32
ປັບປຸງຫຼ້າສຸດ: 13 February 2026, 11:39
ອ່ານ 52 ຄັ້ງ
ເເມັກຊິໂກ ເປີດຕົວ "ຫຸ່ນຍົນໝາ ແລະ ປືນສະກັດໂດຣນ" ເພື່ອຮັກສາຄວາມປອດໄພ ການແຂ່ງຂັນບານເຕະໂລກ 2026



ສຳນັກຂ່າວ AFP NEWS Agency ລາຍງານວັນທີ 11 ກຸມພາ 2026 ວ່າ: ກະຊວງປ້ອງກັນປະເທດ ເມັກຊິໂກ ໄດ້ຈັດສະແດງລະບົບປ້ອງກັນອາກາດຍານບໍ່ມີຄົນຂັບ, ອຸປະກອນຕັດສັນຍານວິທະຍຸ, ປືນລ໊ອກເປົ້າສະກັດໂດຣນ ແລະ ຝູງຫຸ່ນຍົນໝາ ເຊິ່ງຈະເປັນກຳລັງເສີມທີ່ສຳຄັນໃນການຮັກສາຄວາມປອດໄພຢູ່ສະໜາມກິລາ ແລະ ເຂດທີ່ພັກຂອງແຟນບານ ໃນໄລຍະການແຂ່ງຂັນ ບານເຕະໂລກ2026 “ FIFA World Cup 2026 ”.

ປະເທດເມັກຊິໂກ ຈະເປັນເຈົ້າພາບຮ່ວມໃນການຈັດງານ World Cup 2026 ກັບ ສະຫະລັດອາເມລິກາ ແລະ ກາດານາ. ສຳລັບການແຂ່ງຂັນໃນ ເມັກຊິໂກ ແມ່ນຈະຈັດຢູ່ 3 ເມືອງຫລັກ ຄື: ນະຄອນຫລວງເມັກຊິໂກ ຊິຕີ້ (Mexico City), ເມືອງ ກົວໂດລູບ (Guadalupe) ແລະ ເມືອງ ມອນເຕີເຣ (Monterrey).

ພາບ: REUTERS/Henry Romero

ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ