ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານທຣຳປ໌ຍົກເລີກມາດຕະຖານການຄວບຄຸມອາຍພິດຈາກພາຫະນະ (ອະດີດປະທານາທິບໍດີໂອບາມາວິພາກວິຈານວ່າ ແມ່ນການອ້າງຊ່ວຍທຸລະກິດນ້ຳມັນເຊື້ອໄຟຟອສຊິນ-ສົ່ງຜົນກະທົບສຸຂະພາບປະຊາຊົນ)

ໂດຍ Jenjilaອັບເດດ
· 9 ເດືອນ ກ່ອນອ່ານ 3 ນາທີ72 ຄັ້ງ
ທ່ານທຣຳປ໌ຍົກເລີກມາດຕະຖານການຄວບຄຸມອາຍພິດຈາກພາຫະນະ (ອະດີດປະທານາທິບໍດີໂອບາມາວິພາກວິຈານວ່າ ແມ່ນການອ້າງຊ່ວຍທຸລະກິດນ້ຳມັນເຊື້ອໄຟຟອສຊິນ-ສົ່ງຜົນກະທົບສຸຂະພາບປະຊາຊົນ)
ADadvertisement
ADadvertisement
ADadvertisement
ທ່ານທຣຳປ໌ຍົກເລີກມາດຕະຖານການຄວບຄຸມອາຍພິດຈາກພາຫະນະ (ອະດີດປະທານາທິບໍດີໂອບາມາວິພາກວິຈານວ່າ ແມ່ນການອ້າງຊ່ວຍທຸລະກິດນ້ຳມັນເຊື້ອໄຟຟອສຊິນ-ສົ່ງຜົນກະທົບສຸຂະພາບປະຊາຊົນ)

ເມື່ອວັນທີ 12 ກຸມພາ ປະທານາທິບໍດີໂດນັລ ທຣຳປ໌ ຂອງສະຫະລັດ ປະກາດຍົກເລີກຜົນການສຶກສາທາງວິທະຍາສາດທີ່ລະບຸວ່າ ການປ່ອຍອາຍແກັສເຮືອນແກ້ວເປັນອັນຕະລາຍຕໍ່ສຸຂະພາບຂອງມະນຸດ ແລະ ຍົກເລີກລະບຽບມາດຕະຖານການປ່ອຍມົນລະພິດຈາກທໍ່ອາຍລົດ ແລະ ລົດບັນທຸກ ພ້ອມກ່າວວ່າ ຂະບວນການຍົກເລີກພາຍໃຕ້ການດຳເນີນງານຂອງສຳນັກງານປົກປ້ອງສິ່ງແວດລ້ອມ (EPA) ໄດ້ສຳເລັດແລ້ວ ນະໂຍບາຍຂອງອະດີດປະທານາທິບໍດີບາຣັກ ໂອບາມາ ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ອຸດສາຫະກຳຍານພາຫະນະຂອງສະຫະລັດ ທັງຍັງເຮັດໃຫ້ລາຄາສິນຄ້າສູງຂຶ້ນ

ທ່ານທຣຳປ໌ຍົກເລີກມາດຕະຖານການຄວບຄຸມອາຍພິດຈາກພາຫະນະ (ອະດີດປະທານາທິບໍດີໂອບາມາວິພາກວິຈານວ່າ ແມ່ນການອ້າງຊ່ວຍທຸລະກິດນ້ຳມັນເຊື້ອໄຟຟອສຊິນ-ສົ່ງຜົນກະທົບສຸຂະພາບປະຊາຊົນ) · ຮູບທີ 2

ຫຼັງຈາກກ່ອນໜ້ານີ້ ລັດຖະບານສະຫະລັດຍົກເລີກກົດລະບຽບຫຼາຍຂໍ້ ແລະ ດຳເນີນມາດຕະການຕ່າງໆທີ່ກ່ຽວຂ້ອງກັບການປ່ຽນແປງສະພາບອາກາດ ເຊິ່ງໄດ້ອຳນວຍຜົນປະໂຫຍດຕໍ່ການພັດທະນາເຊື້ອເພີງຟອສຊິນ ພ້ອມກັບເຮັດໃຫ້ອຸດສາຫະກຳພະລັງງານສະອາດຊ້າລົງ ເຊິ່ງທຣຳປ໌ເຊື່ອວ່າ ການປ່ຽນແປງສະພາບອາກາດເປັນເລື່ອງຫຼອກລວງ ແລະ ຖອນສະຫະລັດອອກຈາກຂໍ້ຕົກລົງປາຣີ. ນອກຈາກນີ້ ຍັງໄດ້ລົງນາມຍົກເລີກກົດໝາຍກຳນົດເກັບພາສີໃນຍຸກລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ເຊິ່ງມີເປົ້າໝາຍເພື່ອສົ່ງເສີມການໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ.

ອະດີດປະທານາທິບໍດີ ໂອບາມາລະບຸຜ່ານ X ວ່າ ຖ້າປາສະຈາກຜົນການສຶກສາທາງວິທະຍາສາດນີ້ ພວກເຮົາຈະມີຄວາມປອດໄພຫຼຸດລົງ ສຸຂະພາບແຍ່ລົງ ແລະ ຂີດຄວາມສາມາດໃນການຮັບມືກັບການປ່ຽນແປງສະພາບອາກາດກໍຈະອ່ອນແອລົງດ້ວຍ. ທັງໝົດນີ້ກໍເພື່ອອຳນວຍໃຫ້ອຸດສາຫະກຳເຊື້ອເພີງຟອສຊິນຫາເງິນໄດ້ຫຼາຍຂຶ້ນ.

ໂດຍຜົນການສຶກສາທາງວິທະຍາສາດດັ່ງກ່າວຖືກນຳມາບັງຄັບໃຊ້ໃນປີ 2009 ແລະ ເຮັດໃຫ້ EPA ດຳເນີນງານພາຍໃຕ້ກົດໝາຍອາກາດສະອາດປີ 1953 ເພື່ອຄວບຄຸມການປ່ອຍອາຍແກັສຄາບອນໄດອອກໄຊ, ມີເທນ ແລະ ມົນລະພິດທາງອາກາດທີ່ກັກເກັບຄວາມຮ້ອນອີກສີ່ຊະນິດ ຈາກຍານພາຫະນະ, ໂຮງໄຟຟ້າ ແລະ ອຸດສາຫະກຳອື່ນໆ.

ການຍົກເລີກການສຶກສານີ້ຈະເຮັດໃຫ້ຂໍ້ກຳນົດດ້ານກົດລະບຽບໃນການວັດ, ລາຍງານ, ຮັບຮອງ ແລະ ປະຕິບັດຕາມມາດຕະຖານການປ່ອຍອາຍແກັສເຮືອນກະຈົກຂອງລັດຖະບານກາງສຳລັບລົດຖືກຍົກເລີກ ແຕ່ອາດຍັງບໍ່ຄອບຄຸມເຖິງແຫຼ່ງກຳເນີດແບບຢູ່ກັບທີ່ເຊັ່ນ ໂຮງໄຟຟ້າ ໃນໄລຍະທຳອິດ.

ທ່ານທຣຳປ໌ຍົກເລີກມາດຕະຖານການຄວບຄຸມອາຍພິດຈາກພາຫະນະ (ອະດີດປະທານາທິບໍດີໂອບາມາວິພາກວິຈານວ່າ ແມ່ນການອ້າງຊ່ວຍທຸລະກິດນ້ຳມັນເຊື້ອໄຟຟອສຊິນ-ສົ່ງຜົນກະທົບສຸຂະພາບປະຊາຊົນ) · ຮູບທີ 3

ດ້ານ EPA ລະບຸວ່າ ການຍົກເລີກດັ່ງກ່າວ ແລະ ການຢຸດຕິມາດຕະຖານການປ່ອຍມົນລະພິດຈາກຍານພາຫະນະ ຈະຊ່ວຍປະຢັດເງິນຜູ້ເສຍພາສີໃນສະຫະລັດໄດ້ 1.3 ລ້ານລ້ານໂດລາ. ຂະນະທີ່ກຸ່ມພັນທະມິດນະວັດຕະກຳຍານພາຫະນະ ເຊິ່ງເປັນຕົວແທນຂອງຜູ້ຜະລິດລົດລາຍໃຫຍ່ ກ່າວວ່າ ກົດລະບຽບດ້ານການປ່ອຍມົນລະພິດຂອງຍານພາຫະນະທີ່ປະກາດໃຊ້ໃນລັດຖະບານກ່ອນໜ້ານີ້ມີຄວາມທ້າທາຍຢ່າງຍິ່ງສຳລັບຜູ້ຜະລິດ ເມື່ອພິຈາລະນາຈາກອຸປະສົງຄ໌ລົດໄຟຟ້າ (EV) ໃນຕະຫຼາດປັດຈຸບັນ.

ອຸດສາຫະກຳຖ່ານຫີນສະແດງຄວາມຍິນດີກັບການຍົກເລີກຜົນການສຶກສານີ້ ໂດຍລະບຸວ່າຈະຊ່ວຍຊະລໍການປົດລະວາງໂຮງໄຟຟ້າຖ່ານຫີນທີ່ມີອາຍຸການໃຊ້ງານຍາວນານ. ໂດຍມິເຊລ ບລັດເວີດ ປະທານ ແລະ ຊີອີໂອຂອງ America’s Power ກ່າວວ່າ ບໍລິສັດສາທາລະນູປະໂພກໄດ້ປະກາດແຜນປົດລະວາງກຳລັງການຜະລິດໄຟຟ້າຈາກຖ່ານຫີນຫຼາຍກວ່າ 55,000 ເມກະວັດໃນຊ່ວງຫ້າປີຂ້າງໜ້າ. ການກັບຄຳຕັດສິນເຫຼົ່ານີ້ອາດຊ່ວຍຫຼຸດຜ່ອນຄວາມຈຳເປັນໃນການສ້າງແຫຼ່ງຜະລິດໄຟຟ້າໃໝ່ທີ່ມີຕົ້ນທຶນສູງກວ່າ ແລະ ປ້ອງກັນການສູນເສຍຄຸນລັກສະນະດ້ານຄວາມໝັ້ນຄົງເຊັ່ນ ຄວາມໝັ້ນຄົງດ້ານເຊື້ອເພີງ ທີ່ກອງກຳລັງການຜະລິດຈາກຖ່ານຫີນມີຢູ່.

ຢ່າງໃດກໍຕາມ ກອງທຶນປ້ອງກັນສິ່ງແວດລ້ອມ ກ່າວວ່າ ການຍົກເລີກດັ່ງກ່າວຈະເຮັດໃຫ້ຊາວອາເມລິກັນຕ້ອງແບກພາລະຄ່າໃຊ້ຈ່າຍຫຼາຍຂຶ້ນ ເພາະຈະເຮັດໃຫ້ຕົ້ນທຶນສູງຂຶ້ນຈາກມົນລະພິດທີ່ເພີ່ມຂຶ້ນດ້ວຍ.

ທີ່ມາຂ່າວ: https://www.nbcnews.com/science/climate-change/epa-reverses-endangerment-climate-change-finding-rcna258452

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 72 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່