ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກົາຫຼີເໜືອຂູ່ຕອບໂຕ້ຮຸນແຮງ ຖ້າເກົາຫຼີໃຕ້ສົ່ງໂດຣນລ້ຳແດນອີກ

ໂດຍ kaling
· 9 ເດືອນ ກ່ອນອ່ານ 2 ນາທີ52 ຄັ້ງ
ເກົາຫຼີເໜືອຂູ່ຕອບໂຕ້ຮຸນແຮງ ຖ້າເກົາຫຼີໃຕ້ສົ່ງໂດຣນລ້ຳແດນອີກ
ADadvertisement
ADadvertisement
ADadvertisement

ຄວາມຕຶງຄຽດໃນຄາບສະໝຸດເກົາຫຼີກັບມາປະທຸອີກຄັ້ງ ຫຼັງຈາກເກົາຫຼີເໜືອອອກຄຳເຕືອນວ່າ ຈະມີການຕອບໂຕ້ຢ່າງຮຸນແຮງ ຖ້າພົບໂດຣນຈາກເກົາຫຼີໃຕ້ບິນລ້ຳເຂດແດນອີກ. ຂະນະທີ່ລັດຖະບານໂຊລກຳລັງສືບສວນຫາຄວາມຈິງ.

ຄຳເຕືອນນີ້ປາກົດໃນຖະແຫຼງການຂອງ ຄິມ ໂຢໂຈງ, ນ້ອງສາວຂອງຜູ້ນຳເກົາຫຼີເໜືອ ຄິມ ຈອງອຶນ, ທີ່ເຜີຍແຜ່ໂດຍສຳນັກຂ່າວທາງການ KCNA. ນາງລະບຸວ່າ ການລະເມີດອະທິປະໄຕຂອງສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ ຈະນຳໄປສູ່ການຕອບໂຕ້ຢ່າງຮ້າຍແຮງ.

ນາງກ່າວວ່າ:

“ຖ້າການຍັ່ວຍຸແບບນີ້ເກີດຂຶ້ນອີກ ເກົາຫຼີເໜືອຈະຕອບໂຕ້ຢ່າງສາສົມ ແລະບໍ່ສົນໃຈວ່າຜູ້ຢູ່ເບື້ອງຫຼັງແມ່ນ, ບຸກຄົນ ຫຼື ອົງການໃດກໍຕາມ.”


ເກົາຫຼີເໜືອອ້າງຍິງໂດຣນສອດແນມຕົກ

ເກົາຫຼີເໜືອອ້າງວ່າ ພວກເຂົາໄດ້ຍິງຕົກໂດຣນສອດແນມເມື່ອຕົ້ນເດືອນມັງກອນ ແລະໄດ້ເຜີຍຮູບຊາກໂດຣນທີ່ຕິດຕັ້ງອຸປະກອນຖ່າຍຮູບ ພ້ອມຂໍ້ມູນບັນທຶກເປົ້າໝາຍສຳຄັນ ລວມທັ້ງເຂດແດນ.

ດ້ານລັດຖະບານເກົາຫຼີໃຕ້ ປະຕິເສດໃນຂັ້ນຕົ້ນວ່າບໍ່ມີສ່ວນຮ່ວມແບບທາງການ ໂດຍຊີ້ວ່າ ອາດເປັນການກະທໍາຂອງພາກປະຊາຊົນ.

ແຕ່ຄະນະຮ່ວມ ທະຫານ–ຕໍາຫຼວດ ຂອງເກົາຫຼີໃຕ້ແຈ້ງວ່າ
ກຳລັງສືບສວນທະຫານ 3 ນາຍ ແລະເຈົ້າໜ້າທີ່ຂ່າວກອງການ 1 ຄົນ ເພື່ອຫາຄວາມຈິງຢ່າງລະອຽດ.


ປະທານແລະລັດຖະມົນຕີເກົາຫຼີໃຕ້ເລັ່ງຫຼຸດຄວາມຕຶງຄຽດ

ຊຸງ ດົງຍອງ, ລັດຖະມົນຕີການຮວມຊາດ ໄດ້ແສດງຄວາມເສຍໃຈຢ່າງສູງ ພ້ອມຍ້ຳວ່າ ລັດຖະບານຕ້ອງການຫຼຸດຄວາມຕຶງຄຽດກັບເກົາຫຼີເໜືອ.

ປະທານາທິບໍດີ ອີ ແຈ ມຍອງ ຜູ້ເຂົ້າຮັບຕຳແໜ່ງເມື່ອປີກາຍ ໄດ້ພະຍາຍາມຟື້ນຟູຄວາມສຳພັນກັບເກົາຫຼີເໜືອ
ໂດຍວິພາກວິຈານອະດີດຜູ້ນຳສາຍແຂງ ຢຸນ ຊອກຢອນ
ທີ່ເຄີຍໃຊ້ໂດຣນປ່ອຍໃບປິວໂຄສະນາຕ້ານເກາຫຼີເໜືອໃນປີ 2024.


ນັກວິເຄາະຊີ້ ເປັນສັນຍານວ່າເປັງຢາງຈັບຕາເກົາຫຼີໃຕ້ໃກ້ຊິດ

ນັກວິເຄາະເຫັນວ່າ ແຖລງການຂອງຄິມ ໂຢໂຈງ
ສະທ້ອນໃຫ້ເຫັນວ່າ ເກົາຫຼີເໜືອກຳລັງຈັບຕາຄວາມເຄື່ອນໄຫວໃນເກາຫຼີໃຕ້ແບບໃກ້ຊິດ,
ໂດຍສະເພາະໃນຊ່ວງທີ່ສະພາບການເມືອງໃນພາກພື້ນ Indo‑Pacific ຍັງບໍ່ຫາຍຄວາມເປາະບາງ.

ຄວາມຕຶງຄຽດນີ້ເກີດຂຶ້ນກ່ອນ
ການປະຊຸມພັກຄັ້ງໃຫຍ່ ຂອງເກາຫຼີເໜືອໃນທ້າຍເດືອນກຸມພາ
(ຈັດທຸກ 5 ປີ) ເພື່ອກຳນົດ

  • ນະໂຍບາຍຕ່າງປະເທດ
  • ຍຸດທະສາດທາງທະຫານ
  • ແຜນນິວເຄຣຍ 5 ປີຂ້າງໜ້າ

UN ເບົາບາງການຄວຳບາດ – ອາດເປັນປະຕູກັບເຂົ້າເຈລະຈານິວເຄຣຍ

ພ້ອມກັນນັ້ນ
ຄະນະກຳມະການຄວຳບາດຂອງ UNSC
ໄດ້ອະນຸມັດໃຫ້ມີການສົ່ງອາຫານແລະຢາເຂົ້າເກາຫຼີເໜືອເພີ່ມ.

ນັກວິເຄາະບາງສ່ວນມອງວ່າ
ນີ້ອາດເປັນ ສັນຍານເປີດທາງໃຫ້ການເຈລະຈານິວເຄຣຍ
ລະຫວ່າງກະຊວງເກົາຫຼີເໜືອ ແລະ ປະທານາທິບໍດີສະຫະລັດ ໂດນານ ທຣັມປ໌ ໃນອະນາຄົດ.

ທີ່ມາ: channelnewsasia

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 52 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່