ພະນັກງານຮ້ານຂາຍເຫຼົ້າໃນລັດເວີຈີເນຍ ສະຫະລັດອາເມລິກາ ຄິດວ່າຮ້ານຂອງຕົນເອງຖືກໂຈນບຸກ ເມື່ອເຂົ້າມາເຫັນແກ້ວເຫຼົ້າແຕກກະຈາຍແທ້ຈິງແລ້ວໂຈນຜູ້ນັ້ນແມ່ນ…
ພະນັກງານຮ້ານຂາຍເຫຼົ້າໃນລັດເວີຈີເນຍ ສະຫະລັດອາເມລິກາ ຄິດວ່າຮ້ານຂອງຕົນເອງຖືກໂຈນບຸກ ເມື່ອເຂົ້າມາເຫັນແກ້ວເຫຼົ້າແຕກກະຈາຍແທ້ຈິງແລ້ວໂຈນຜູ້ນັ້ນແມ່ນ...
Jenjila
ເຜີຍແຜ່: 13 February 2026, 14:47
ປັບປຸງຫຼ້າສຸດ: 13 February 2026, 14:57
ອ່ານ 66 ຄັ້ງ


ໃຜຈະຄິດວ່າ ໂຈນບຸກຮ້ານເຫຼົ້າ ແລ້ວຍັງກໍ່ເຫດລັກລອບເຂົ້າສະຖານທີ່ເປົ້າໝາຍອີກຫຼາຍແຫ່ງ ໃນເຂດແຮນໂນເວີ ລັດເວີຈີເນຍຂອງສະຫະລັດ ເມື່ອບໍ່ດົນມານີ້ ຈະເປັນ ແຣັກຄູນໂຕນີ້ ທີ່ໄດ້ສາຍາເປັນ “ແພນດ້າຈອນຈັດ” ໄປແລ້ວການກໍ່ອາຊະຍາກຳຕໍ່ເນື່ອງຂອງຈອມໂຈນຫາງລາຍໂຕນີ້ ຕົກເປັນຂ່າວໂຄມະຄົມ ເມື່ອມີການພົບເຫັນ ແຣັກຄູນໂຕນີ້ ນອນເມົາແອ໋ໝົດສະພາບ ຢູ່ຕົງໂຖສ້ວມໃນຫ້ອງນ້ຳຂອງຮ້ານຈຳໜ່າຍສຸລາແອຊແລນດ໌ ໃນແຮນໂນເວີ ຫຼັງເທດສະການຂອບໃຈພຣະເຈົ້າບໍ່ເທົ່າໃດວັນ. ຄາດວ່າຄົງຈະດື່ມເຫຼົ້າເຂົ້າໄປຫຼາຍ ຈົນເມົາໝົດສະຕິ ມີຫຼັກຖານຢືນຢັນໄດ້ຈາກຂວດເຫຼົ້າທີ່ແຕກກະຈາຍໃນຮ້ານໃຫ້ເຫັນຫຼາຍແກ້ວກໍເລີຍໂດນເຈົ້າໜ້າທີ່ຈັບຕົວ

ວີລະກຳຍັງບໍ່ໝົດພຽງເທົ່ານັ້ນ ຈາກການສືບສວນຂອງໜ່ວຍງານຄຸ້ມຄອງແລະທີ່ພັກພິງສັດພົບວ່າ ຈອມໂຈນແຣັກຄູນໂຕນີ້ ປະຫວັດບໍ່ທຳມະດາ ເພາະເຄີຍກໍ່ເຫດບຸກສະຕູດິໂອຄາຣາເຕ້ ແລະ ກົມການຂົນສົ່ງທາງບົກມາແລ້ວ ເພື່ອໄປລັກເອົາເຂົ້າໜົມກິນ.
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ


